ພິທີເປີດຕົວປື້ມ “25ປີແຫ່ງວັນຫວຽດນາມເຂົ້າຮ່ວມອາຊຽນ” (ພາບ: hanoimoi.com.vn)
ດ້ວຍຄວາມປາດຖະໜາຢາກ ທົບທວນໄລຍະທາງປະຫວັດສາດທີ່ເປັນໜ້າຈົດຈຳນີ້ ກໍ່ຄືຂ່ຳນັບຮັບຕ້ອນປີຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ 2020, ຄະນະກຳມະການແຫ່ງຊາດ 2020 ໄດ້ສົມທົບກັບສຳນັກພິມຈຳໜ່າຍການເມືອງ ແຫ່ງຊາດຄວາມຈິງພິມຈຳໜ່າຍ ປຶ້ມ “25ປີແຫ່ງວັນຫວຽດນາມເຂົ້າຮ່ວມອາຊຽນ”. ທ່ານ ຟ້າມບິ່ງມິງ ໃຫ້ຮູ້ວ່າ:
ປື້ມຫົວນີ້ລວມມີບົດຂຽນຂອງບັນດາທ່ານອະດີດການນຳລັດຖະບານ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ອະດີດຫົວໜ້າບັນດາກອງປະຊຸມພິເສດຂອງບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM ASEAN) ກໍ່ຄືເຂົ້າຮ່ວມອາຊຽນດ້ວຍຄວາມຫວັງວ່າ ປຶ້ມຫົວນີ້ຈະສ່ອງແສງໃຫ້ເຫັນບາດກ້າວຂອງຫວຽດນາມໃນການເຂົ້າຮ່ວມອາຊຽນ, ວຽກງານທີ່ຫວຽດນາມ ປະຕິບັດໄດ້ໃນ 25 ປີທີ່ຜ່ານມາ, ພິເສດແມ່ນບົດຮຽນ, ປະສົບການຂອງຫວຽດນາມ ໃນ 25 ປີທີ່ຜ່ານມາ ກໍ່ຄືວິໄສທັດຂອງອາຊຽນໃນຊຸມປີຈະມາເຖິງ.
(ແຫຼ່ງຄັດຈາກ VOV)