• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດ​ຕົວ ແລະ ນຳ​ຄະ​ນະ​ກຳ​ມະ​ການ​ແກ້ງ​ແຍ້ງ ແຫ່ງ​ຊາດ​ເຂົ້າ​​ສູ່ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ

ຄະນະກຳມະການແກ້ງແຍ້ງແຫ່ງຊາດ ແມ່ນອົງການຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ມີບົດບາດໜ້າທີ່ດຳເນີນການຟ້ອງສານສຳລັບການແກ້ງແຍ້ງ, ຄວບຄຸມການເຕົ້າໂຮມເສດຖະກິດ, ຕັດສິນ ຕໍ່ເລືອງຍົກເວັ້ນສຳລັບຂໍ້ຕົກລົງຈຳກັດການແກ້ງແຍ້ງທີ່ຖືກຫ້າມ
  ກອງປະຊຸມ ຜັນຂະຫຍາຍປະຄິບັດດຳລັດຂອງລັດຖະບານ (ພາບ: VOV)  

ຕອນເຊົ້າວັນທີ 29 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຜັນຂະຫຍາຍປະຄິບັດດຳລັດຂອງລັດຖະບານ ກ່ຽວກັບການກຳນົດທິດບົດບາດໜ້າທີ່, ສິດອຳນາດ ແລະ ໂຄງປະກອບການຈັດຕັ້ງຂອງຄະນະກຳມະການແກ້ງແຍ້ງ ແຫ່ງຊາດ ແລະ ປະກາດບັນດາຂໍ້ຕົກລົງກ່ຽວກັບວຽກງານພະນັກງານຂອງຄະນະກຳມະການ. ຄະນະກຳມະການແກ້ງແຍ້ງແຫ່ງຊາດ ແມ່ນອົງການຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ມີບົດບາດໜ້າທີ່ດຳເນີນການຟ້ອງສານສຳລັບການແກ້ງແຍ້ງ, ຄວບຄຸມການເຕົ້າໂຮມເສດຖະກິດ, ຕັດສິນ ຕໍ່ເລືອງຍົກເວັ້ນສຳລັບຂໍ້ຕົກລົງຈຳກັດການແກ້ງແຍ້ງທີ່ຖືກຫ້າມ, ແກ້ໄຂການຮ້ອງທຸກຕໍ່ການຕັດສິນແກ້ໄຂການແກ້ງແຍ້ງຕາມຂໍ້ກຳນົດຂອງກົດໝາຍ. ຢູ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ມອບໝາຍໜ້າທີ່ຈຸດສຸມໃຫ້ແກ່ຄະນະກຳມະການແກ້ງແຍ້ງແຫ່ງຊາດ ໃຫ້ຮູ້ວ່າ:

ສຸມໃສ່ການຜັນຂະຫຍາຍປະຕິບັດວຽກງານຟ້ອງສານສຳລັບການແກ້ງແຍ້ງ ແລະ ການຄຸ້ມຄອງລັດໃນການແກ້ງແຍ້ງ, ການຄວບຄຸມການພົວພັນແລກປ່ຽນດ້ານເສດຖະກິດ, ພິເສດແມ່ນການເຄື່ອນໄຫວໂຮມເຂົ້າ, ຊື້ຄືນບັນດາວິສາຫະກິດໃຫຍ່ ເຄື່ອນໄຫວໃນຂົງເຂດຫຼັກແຫຼ່ງຂອງພື້ນຖານເສດຖະກິດເພື່ອຮັບປະກັນຜົນປະໂຫຍດດີທີ່ສຸດຂອງປະເທດຊາດ ແລະ ປະກອບສ່ວນຍົກສູງລັກສະນະເອກະລາດ, ຄວາມເປັນເຈົ້າການຂອງພື້ນຖານເສດຖະກິດແຫ່ງຊາດ

(ແຫຼ່ງຄັດຈາກ VOV)

ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ

ລາວ ຈັດ​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ຄົບ​ຮອບ 70 ປີ

ຕອນເຊົ້າວັນທີ 07 ພຶດສະພາ, ຢູ່ຫໍປະຊຸມແຫ່ງຊາດ, ທີ່ນະຄອນຫຼວງ ວຽງຈັນ ໄດ້ດຳເນີນພິທີໂຮມຊຸມນຸມມິດຕິງລະດັບຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະປະຫວັດສາດ ດ້ຽນບຽນຝູ ຄົບຮອບ 70ປີ (07 ພຶດສະພາ 1954 - ວັນທີ 7 ພຶດສະພາ 2024). ເຂົ້າຮ່ວມພິທີ, ມີທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ; ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ; ການນຳ, ອະດີດການນຳພັກ, ລັດລາວ; ກຳລັງປະກອບອາວຸດ ພ້ອມດ້ວຍປະຊາຊົນລາວບັນດາເຜົ່າໄດ້ເຂົ້າຮ່ວມເປັນຈຳນວນຫຼາຍ.

Top