• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງເສັ້ນທາງລົດໄຟຂົນສົ່ງສາກົນຢູ່ສະຖານີລົດໄຟ ແກບ, ບັກຢາງ

ເລື່ອງເພີ່ມສະຖານີລົດໄຟ ແກບ ກາຍເປັນສະຖານີລົດໄຟຂົນສົ່ງສາກົນ ໃນຕໍ່ໜ້າ ແມ່ນແກ້ໄຂສະພາບສິນຄ້າຕິດຂ້າງຢູ່ເຂດຊາຍແດນ ຫວຽດນາມ - ຈີນ, ຊ່ວຍຫຼຸດຜ່ອນເວລາສິນຄ້າຜ່ານແດນ.
ເປີດສະຫຼອງ ສະຖານີລົດໄຟ ແກບ

ວັນທີ 18 ກຸມພາ, ຂະແໜງລົດໄຟໄດ້ເປີດສະຫຼອງຢ່າງເປັນທາງການ ສະຖານີລົດໄຟ ແກບ (ເທດສະບານ ແກບ, ເມືອງ ລ້າງຢາງ, ແຂວງ ບັກຢາງ) ຂົນສົ່ງສິນຄ້າສາກົນດ້ວຍລົດໄພເຂົ້າເຄື່ອນໄຫວ. ຕາມບໍລິສັດໃຫຍ່ລົດໄຟ ຫງວຽດນາມ ແລ້ວ, ເລື່ອງເພີ່ມສະຖານີລົດໄຟ ແກບ ກາຍເປັນສະຖານີລົດໄຟຂົນສົ່ງສາກົນ ໃນຕໍ່ໜ້າ ແມ່ນແກ້ໄຂສະພາບສິນຄ້າຕິດຂ້າງຢູ່ເຂດຊາຍແດນ ຫວຽດນາມ - ຈີນ, ຊ່ວຍຫຼຸດຜ່ອນເວລາສິນຄ້າຜ່ານແດນ. ໃນໄລຍະຍາວ, ຈະສ້າງຄວາມສະດວກໃຫ້ການສ້າງຂົວຕໍ່ຂົນສົ່ງສິນຄ້າໃຫ້ແກ່ແຂວງ ບັກຢາງ ແລະ ບັນດາແຂວງໃກ້ຄຽງ, ຫຼຸດຜ່ອນລາຍຈ່າຍ logistics ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ນຳເຂົ້າສິນຄ້າຢ່າງໄວ, ສະດວກ. ພາຍຫຼັງພິທີເປີດສະຫຼອງ, ບໍລິສັດໃຫຍ່ລົດໄຟ ຫວຽດນາມ ຈະຈັດການເຄື່ອນໄຫວສ້າງກຸ່ມລົດໄຟ ແລະ ຕ້ອນຮັບລົດໄຟຂົນສົ່ງສິນຄ້າສາກົນ ຈາກບັນດາປະເທດ ເອີລົບ, ຈີນ, ລັດເຊຍ, ມົງໂກນ… ຢູ່ສະຖານີລົດໄຟ ແກບ.

 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top