• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ແລະ ລາວ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ແຂວງ​ຝູ​ເຖາະ​ຈະ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດ​​ບັນ​ດ​າ​ການ​ເຄື່ອນ​ໄຫວ​ແນ​ໃສ່​ຍູ້​ແຮງ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ການສຶກ​ສາ​​ໃຫ້ໄວ​ໜຸ່ມ ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ຊາດ.
  ທ່ານ ສອນ​ໄຊ ສີ​ພັນ​ດອນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ.ລາວ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: VNA)  

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 4 ພະ​ຈິກ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ.ລາວ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ລາວ ໄດ້​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ​ຝູ​ເຖາະ.

ທີ່​ການ​ເຮັດ​ວຽກ, ທ່ານ ຟ້າມ​ດ້າຍ​ເຢືອງ ເລ​ຂາ​ຄະ​ນະ​ພັກ​ແຂວງ​ຝູ​ເຖາະ ໄດ້​ສະ​ເໜີ​ຍູ້​ແຮງ​ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ; ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ກະ​ສິ​ກຳ, ການ​ບໍ​ລິ​ການ; ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ກິ​ລາ ແລະ ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ. ພິ​ເສດ, ຝູ​ເຖາະ ໄດ້​ເຊື້​ອ​ເຊີນ​ບັນ​ດາ​ທ້ອງ​ຖິ່ນ​ລາວ ເຂົ້າ​ຮ່ວມ ວັນ​ບຸນວິ​ຫານຮຸ່ງ ປະ​ຈຳ​ປີ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ ແລະ ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ​ການຮ່ວມ​ມື​​ໃນ​ຂົ​ງ​ເຂດ​ການ​ແພດ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ແລະ ການຫັນ​ເປັນ​ດີ​ຈີ​ຕອນ​ກໍ່​ໄດ້​ກຳ​ນົດ ແມ່ນ​ບັນ​ດາ​ເນື້ອ​ໃນທີ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຊຸກ​ຍູ້.

ສ່ວນ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ສອນ​ໄຊ ສີ​ພັນ​ດອນ ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ວ່າ ແຂວງ​ຝູ​ເຖາະ​ຈະ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດ​​ບັນ​ດ​າ​ການ​ເຄື່ອນ​ໄຫວ​ແນ​ໃສ່​ຍູ້​ແຮງ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ການສຶກ​ສາ​​ໃຫ້ໄວ​ໜຸ່ມ ກ່ຽວ​ກັບ​ມູນ​ເຊື້ອ​ການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ຊາດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ສະ​ເໜີ​ຕ້ອງ​ເບິ່ງ​ແຍງ​ອະ​ນຸ​ລັກ​ຮັກ​ສາ ແລະ ຖ່າຍ​ທອດ​ມໍ​ລະ​ດົກ, ກ່ອນ​ອື່ນ​ໝົ້ດ​ດ້ວຍ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ຄົນ​ພວມ​ເກັບ​ຮັກ​ສາ, ປະ​ຕິ​ບັດ​ມໍ​ລະ​ດົກ.

Top