ພາບປະກອບ (ພາບ: VTC)
ບໍລີສັດການບິນ Vietjet ໄດ້ສົມທົບກັນ ບໍລິສັດການເງິນຈຳກັດ HD SAIGON ຜັນຂະຫຍາຍໂຄງການໃຫ້ກູ້ຢືມໂດຍຊຳລະດ້ວຍເງິນຜ່ອນສຳລັບປີ້້້ເຮືອບິນເຊິ່ງເປັນຄັ້ງທຳອິດຢູ່ ຫວຽດນາມ, ເພື່ອໜູນຊ່ວຍເລື່ອງເດີນທາງດ້ວຍເຮືອບິນໂດຍນອນໃນຄວາມສາມາດດ້ານການເງິນຂອງທຸກໆຄົນ. ລູກຄ້າສາມາດຊື້ປີ້ເຮືອບິນ 1 ປີ້ຫຼືຫຼາຍປີ້ໃນທຸກໆຖ້ຽວບິນພາຍໃນ ແລະ ສາກົນຂອງ ບໍລິສັດການບິນ Vietjet ດ້ວຍລະບຽບການກູ້ຢືມທີ່ງ່າຍດາຍ, ການກວດຜ່ານ ແລະ ອະນຸມັດທີ່ວອງໄວ ແລະ ຈຳນວນເງິນໃຫ້ກູ້ຢືມແຕ່ 2 – 15 ລ້ານດົງ. ປີ້ໄດ້ຂາຍຜ່ານ ເວັບໄຊດຽວແມ່ນ www.vietjetair.com.
(ແຫຼ່ງຄັດຈາກ VOV)