• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເບິ່ງແຍງດູແລໃຫ້ບັນດາເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກໃນຍາມບຸນເຕັດ


ທ່ານ​ປະ​ທານ​ປະ​ເທດ ເຈ​ີ່ນ​ດ້າຍກວາງ ຢື້​ຢາມ​ຖາມ​ຂ່າວ​ປະ​ຊາ​ຊົນ
      ​​ຕອນ​ເຊົ້າ​ວັນ​ທີ 13/1, ທ່ານ​ປະ​ທານ​ປະ​ເທດ ເຈ​ີ່ນ​ດ້າຍກວາງ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ໄດ້​ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາ​ຄອບ​ຄົວ​ນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກຢູ່​ຕາ​ແສງ ຢາ​ຟູ (ເມືອງ​ບ໋າວ​ຖັງ) ແລະ ຕາ​ແສງ ບ້ານ​ຄວາງ (ເມືອງ​ຊາ​ປາ) ແຂວງ​ລາວ​ກາຍ. ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ຢື້​ຢາມ​ຖາມ​ຂ່າ​ວ, ມອບ​ຂອງ​ຂວັນ​ໃຫ້ 80 ຄອບ​ຄົວ​ນະ​ໂຍ​ບາຍ, ຄອບ​ຄົວ​ທຸກ​ຍາກ​ຢູ່​ທີ່ນີ້.  ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຊົມ​ເຊີຍ​ອຳ​ນາດ​ການ​ປົກ​ຄອງ​​ທ້ອງ​ຖິ່ນທຸກ​ຂັ້ນ​ໄດ້​ເອົາ​ໃຈ​ໃສ​່​ເບິ່ງ​ແຍງ​ດູ​ແລ​ບຸນ​ເຕັດໃຫ້​ບັນ​ດາ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຄອບ​ຄົວ​ທ​ຸກ​ຍາກ, ​ໃນ​ຍາມ​ບຸນ​ເຕັດຮັບ​ປະ​ກັນໃຫ້ ​ທຸກໆຄອບ​ຄົວ​ຕ່າງໆ​ກໍ່​ໄດ້​ຮັບ​ບຸນ​ເຕັດຢ່າງ​ເບິກ​ບານ​ມ່ວນ​ຊື່ນ, ປອດ​ໄພ ແລະ ປະ​ຢັດ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top