• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊື່ອມຕໍ່ຄວາມຮັກແພງ, ມຸ່ງໄປສູ່ບັນດາທະຫານເຂດທະເລ, ໝູ່ເກາະທີ່ຫ່າງໄກ

      ລາຍການເພື່ອແນໃສ່ຕອບບຸນແທນຄຸນການອຸທິດສ່ວນທີ່ໃຫຍ່ຫຼວງຂອງພະນັກງານ, ທະຫານເຮືອປະຊາຊົນ ຫວຽດນາມ ໃນພາລະກິດປົກປັກຮັກສາອະທິປະໄຕເຂດທະເລ ໝູ່ເກາະ, ໄຫຼ່ທະວີບທີ່ສັກກະລະບູຊາຂອງປະເທດຊາດ.
ລາຍການສະແດງສິລະປະພິເສດ “ລະດູບານໃໝ່ ເຈື່ອງຊາ”
(ພາບ: TTXVN)
      ຕອນຄ່ຳວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ, ສື່ເອເລັກໂຕນິກພັກກອມມູນິດ ຫວຽດນາມ ໄດ້ສົມທົບກັບກອງບັນຊາການເຫຼົ່າທັບເຮືອ ແລະ ບັນດາອົງການທີ່ກ່ຽວຂ້ອງ ຈັດລາຍການສະແດງສິລະປະພິເສດ “ລະດູບານໃໝ່ ເຈື່ອງຊາ”. ລາຍການເພື່ອແນໃສ່ຕອບບຸນແທນຄຸນການອຸທິດສ່ວນທີ່ໃຫຍ່ຫຼວງຂອງພະນັກງານ, ທະຫານເຮືອປະຊາຊົນ ຫວຽດນາມ ໃນພາລະກິດປົກປັກຮັກສາອະທິປະໄຕເຂດທະເລ ໝູ່ເກາະ, ໄຫຼ່ທະວີບທີ່ສັກກະລະບູຊາຂອງປະເທດຊາດ. ຈຸດພົ້ນເດັ່ນໃນລາຍການແມ່ນສາລະຄະດີ ສະແດງໃຫ້ເຫັນໄລຍະ 10 ປີຜ່ານມາຂອງລາຍການ ລະດູບານໃໝ່ ເຈື່ອງຊາ ກໍ່ຄືບັນດາການເຄື່ອນໄຫວຕອບບຸນແທນຄຸນໃນຕະຫຼອດ 9 ປີຜ່ານມາຂອງລາຍການ. ລາຍການໄດ້ເຊື່ອມຕໍ່ຄວາມຮັກແພງ ມຸ່ງໄປເຖິງບັນດາທະຫານເຮືອຢູ່ເຂດຫ່າງໄກ; ຮຽກຮ້ອງການສະໜັບສະໜູນຊອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ຈົ່ງຮ່ວມແຮງຮ່ວມໃຈເພື່ອ ເຈື່ອງຊາ ທີ່ຮັກແພງ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top