• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຊີດ​ຊູ​ການ​ນຳການ​ຫັນ​ເປັນ​ດີ​ຈີ​ຕອນດີ​ເດັ່ນ 15 ທ່ານ​ໃນ​ປີ 2024

ໃນຂອບເຂດກອງປະຊຸມສຳມະນາແຫ່ງຊາດ ກ່ຽວກັບລັດຖະບານດີຈີຕອນ 2024, ຕອນຄ່ຳວັນທີ 25 ຕຸລາ, ຢູ່ດ່ານັ້ງ ໄດ້ດຳເນີນພິທີປະກາດ ແລະ ເຊີດຊູ 15 ການນຳການຫັນເປັນດີຈີຕອນ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຄວາມໝັ້ນຄົງທາງຂໍ້ມູນທີ່ດີເດັ່ນໃນປີ 2024.
ເຊີດຊູການນຳເຕັກໂນໂລຢີຂໍ້ມູນຂ່າວສານດີເດັ່ນ ໃນປີ 2024 (ພາບ: TTXVN)

ນີ້ແມ່ນເຫດການປະຈຳປີ ໂດຍກຸ່ມບໍລິສັດ ຂໍ້ມູນສາກົນ ຢູ່ ຫວຽດນາມ ສົມທົບກັບສະມາຄົມສື່ມວນຊົນດີຈີຕອນ ຫວຽດນາມ ແລະ ສະໂມສອນ CEO&CIO ຈັດຂຶ້ນ ເພື່ອແນໃສ່ຊອກຫາ, ຄັດເລືອກ ແລະ ເຊີດຊູບັນດາການນຳການຫັນເປັນດີຈີຕອນ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຄວາມໝັ້ນຄົງທາງຂໍ້ມູນພາກລັດ ແລະ ເອກະຊົນ ຢູ່ ຫວຽດນາມ, ສະພາຄັດເລືອກ ໄດ້ພິຈາລະນາ ແລະ ເລືອກເອົາການນຳດີເດັ່ນ 15 ທ່ານ ຈາກການນຳ 41 ທ່ານ ໂດຍ ສະມາຊິກສະພາຄັດເລືອກແນະນຳ. ໂດຍຮູ້ສຶກມີຄວາມເປັນກຽດໄດ້ເຊີດຊູໃນລາຍການການນຳການຫັນເປັນດີຈີຕອນ ດີເດັ່ນ, ທ່ານພັນເອກ ກວາກຮຶວຈຸງ ຜູ້ອຳນວຍການໂຮງໝໍ 199, ກະຊວງຕຳຫຼວດ ຢູ່ດ່ານັ້ງ ໃຫ້ຮູ້ວ່າ:

ນີ້ແມ່ນການລະດົມກຳລັງໃຈອັນຍິ່ງໃຫຍ່ສຳລັບສ່ວນຕົວຂ້າພະເຈົ້າ ກໍ່ຄືຫົວໜ່ວຍເພື່ອສືບຕໍ່ເສັ້ນທາງຢຶດໝັ້ນໂດຍຕົນເອງຄັດເລືອກ. ຜ່ານໂອາກາດນີ້, ຂ້າພະເຈົ້າກໍ່ເຊື່ອມຈອດກັບນັກຊ່ຽວຊານຫຼາຍທ່ານໃນບັນດາຂົງເຂດທີ່ແຕກຕ່າງກັນ ເພື່ອສືບຕໍ່ພ້ອມກັບພວກຂ້າພະເຈົ້າ, ຊ່ວຍເຫຼືອພວກຂ້າພະເຈົ້າບົນເສັ້ນທາງຫັນເປັນດີຈີຕອນຢ່າງຮອບດ້ານ ແລະ ຢຶດໝັ້ນຂອງຕົນ. ພວກຂ້າພະເຈົ້າຈະສືບຕໍ່ລະດົມກຳລັງໃຈ, ໂຄສະນາ, ແນະນຳອ້າຍນ້ອງເພື່ອໃຫ້ອ້າຍນ້ອງເຂົ້າໃຈໄດ້ເນື້ອໃນຂອງການຫັນເປັນດີຈີຕອນ ເວລານັ້ນການຫັນເປັນດີຈີຕອນຂອງຫົວໜ່ວຍຈຶ່ງບັນລຸບາດກ້າວກະໂດດຂັ້ນໃໝ່.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top