• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການສົ່ງອອກປາຈາ

      ວັນທີ 7 ກຸມພາ, ຢູ່ນະຄອນເກິ່ນເທີ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ໄດ້ມີການເຮັດວຽກກັບບັນດາທ້ອງຖິ່ນ, ວິສາຫະກິດ ກ່ຽວກັບບັນດາຄວາມຫຍຸ້ງຍາກ ແລະ ຂໍ້ຕິດຂັດໃນວິວັດການສົ່ງອອກປາຈາ ຂອງເຂດທ່ົງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ໃນໄລຍະຜ່ານມາ.

(ພາບປະກອບ: tapchitaichinh.vn)
      ທີ່ກອງປະຊຸມ, ກົມໃຫຍ່ສິນໃນນໍ້າໃຫ້ຮູ້ວ່າ, ເນື້ອທີ່ລ້ຽງປາຈາຢູ່ເຂດທົ່ງພຽງແມ່່ນໍ້າຂອງທາງພາກໃຕ້ຫວຽດນາມ ບັນລຸ 6.600 ເຮັກຕາ, ເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2018. ປະລິມານການຜະລິດບັນລຸ 1,42 ລ້ານໂຕນ, ວົງເງິນສົ່ງອອກບັນລຸ 2,1 ຕື້ USD, ຫຼຸດລົງກວ່າ 11%. ຄາດວ່າ ປີນີ້ ກໍແມ່ນປີການສົ່ງອອກປາຈາ ຈະປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ເພາະວ່າ ຕະຫຼາດຕົ້ນຕໍບາງແຫ່ງພວມຫຼຸດການນໍາເຂົ້າປະເພດສິນຄ້າດັ່ງກ່າວລົງ.
        ຕາມທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ຟຸ່ງດຶກຕ໊ຽນ ແລ້ວ, ໃນໄລຍະຈະມາເຖິງ, ກົມໃຫຍ່ສິນໃນນໍ້າ ຕ້ອງເພີ່ມທະວີການສົ່ງເສີມການຄ້າໄປຍັງບັນດາຕະຫຼາດເອີຣົບ, ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ... ທ່ານກ່າວວ່າ:
        “ນີີ້ແມ່ນໂອກາດເພື່ອໃຫ້ພວກເຮົາສ້າງໂຄງປະກອບການຜະລິດຄືນໃໝ່ໃຫ້ສູງກວ່າເກົ່າ; ທີສອງແມ່ນ ເມື່ອເຂົາເຈົ້າຍອມຮັບຄຸນນະພາບການຜະລິດປາຈາຂອງຫວຽດນາມແລ້ວ ຈະມີຫຼາຍວິສາຫະກິດສົ່ງອອກຕື່ມອີກ ແລະ ມີຫຼາຍວິສາຫະກິດຈະໄດ້ຍົກເວັ້ນພາສີສົ່ງອອກ. ນີ້ກໍແມ່ນກໍາລັງໜູນເພື່ອຊຸກຍູ້ໃຫ້ແກ່ການຜະລິດປາຈາຂອງຫວຽດນາມ ດ້ວຍຄວາມສາມາດບົ່ມຊ້ອນແມ່ນໃຫຍ່ຫຼວງທີ່ສຸດ.
 (ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top