• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກີດເຫດ​ແຜ່ນ​ດິນ​ໄຫວ ຢູ່ ອາບ​ກາ​ນິດ​ສະ​ຖານ: ຈຳ​ນວນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຂຶ້ນ​ເຖິງ​ກ່​ວາ 2.400 ຄົນ

ທ່ານ Janan Sayeeq ໂຄສົກກະຊວງແກ້ໄຂໄພພິບັດ ອາບການິດສະຖານ ໄດ້ຢັ້ງຢືນວ່າ ມີຄວາມເປັນໄປໄດ້ວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ ເມື່ອກຳລັງກູ້ໄພກູ້ຊີບພວມຊອກຫາຜູ້ຫາຍສາບສູນທີ່ຕິດຄົງໃນຊາກຫັກພັງ.
ພາບປະກອບ: Reuters

ວັນທີ 8 ຕຸລາ, ອຳນາດການປົກຄອງ Taliban ໄດ້ຢັ້ງຢືນມີຜູ້ເສຍຊີວິດຫຼາຍກ່ວາ 2.400 ຄົນ  ໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ 7 ຕຸລາ ຢູ່ ອາບການິດສະຖານ. ນີ້ແມ່ນເຫດແຜ່ນດິນໄຫວທີ່ກໍ່ຜົນເສຍຫາຍທາງດ້ານຊີວິດອິນຊີຂອງມະນຸດຮ້າຍແຮງທີ່ສຸດຢູ່ປະເທດ ອາບການິດສະຖານ ໃນຊຸມປີມໍ່ໆມານີ້.

ທ່ານ Janan Sayeeq ໂຄສົກກະຊວງແກ້ໄຂໄພພິບັດ ອາບການິດສະຖານ ໄດ້ຢັ້ງຢືນວ່າ ມີຄວາມເປັນໄປໄດ້ວ່າ ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນ ເມື່ອກຳລັງກູ້ໄພກູ້ຊີບພວມຊອກຫາຜູ້ຫາຍສາບສູນທີ່ຕິດຄົງໃນຊາກຫັກພັງ. ຕາມທ່ານ Janan Sayeeq ແລ້ວ, ປັດຈຸບັນມີກຸ່ມ10 ກອງກູ້ໄພກູ້ຊີບ ພວມຜັນຂະຫຍາຍປະຕິບັດວຽກງານກູ້ໄພກູ້ຊີບ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top