ໃນເດືອນກໍລະກົດ ປີ 2020, ທ່ານ ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 1129/ຕລ-ນຍ ຮັບຮອງເອົາແຜນຮ່າງພັດທະນາເສດຖະກິດກາງຄືນຢູ່ ຫວຽດນາມ, ໃນນັ້ນ ໄລຍະທຳອິດແມ່ນສຸມໃສ່ພັດທະນາການທ່ອງທ່ຽວ. ຮ່າໂນ້ຍ ໄດ້ຮັບການຄັດເລືອກເປັນໜຶ່ງໃນບັນດາທ້ອງຖິ່ນປະຕິບັດທົດລອງ. ເມື່ອທຽບໃສ່ກັບບັນດາທ້ອງຖິ່ນອື່ນ, ຮ່າໂນ້ຍ ມີທ່າໄດ້ປຽບຫຼາຍຢ່າງໃນການພັດທະນາການທ່ອງທ່ຽວຍາມກາງຄືນ, ຄື: ລະບົບມໍລະດົກ, ປູຊະນີຍະສະຖານທີ່ໃຫຍ່ໂຕ, ພ້ອມກັບລະບົບບັນດາຄຸນຄ່າວັດທະນະທຳ, ສິລະປະທີ່ເປັນເອກະລັກສະເພາະ. ນອກນັ້ນ, ຮ່າໂນ້ຍ ຍັງມີລະບົບພື້ນຖານດ້ານວັດຖຸສະດວກ ເພື່ອຮັບໃຊ້ຄວາມຕ້ອງການດ້ານການບັນເທິງ, ອາຫານການກິນ, ໄປຊື້ເຄື່ອງຂອງ, ພັກຜ່ອນ; ພື້ນຖານໂຄງລ່າງເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວ, ສະຖານທີ່ຢ້ຽມຊົມຫລາຍແຫ່ງ ແລະ ບັນດາການເຄື່ອນໄຫວເສດຖະກິດກາງຄືນ ກໍ່ມີຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ. ຮ່າໂນ້ຍ ຍັງມີຫຼາຍບ່ອນເພື່ອພັດທະນາການທ່ອງທ່ຽວໃນຕອນກາງຄືນ, ນັບທັງພື້ນທີ່ຊຸມຊົນພາຍໃນເຂດຕົວເມືອງ ແລະ ຊານເມືອງ ແລະກຸ່ມສະຖານທີ່ລະຫລິ້ນ ບັນເທີງຢູ່ຕ່າງຫາກ. ທ່ານ ຮອງສາດສະດາຈານ, ປອ ບຸ່ຍຮວ່າຍເຊີນ, ກຳມະການຜູ້ປະຈຳການ ກຳມາທິການວັດທະນະທຳ, ການສຶກສາ ຂອງສະພາແຫ່ງຊາດ ຫວຽດນາມ ຖືວ່າ:
“ເສດຖະກິດກາງຄືນມີບົດບາດສໍາຄັນຫຼາຍໃນການພັດທະນາການທ່ອງທ່ຽວ. ສະນັ້ນ, ຖ້າແກ້ໄຂບັນດາບັນຫາທີ່ຕິດຂັດກ່ຽວຂ້ອງເຖິງດ້ານເສດຖະກິດກາງຄືນ ໄດ້, ກໍ່ຈະສ້າງເປັນການຍູ້ແຮງ ແລະ ກຳລັງແຮງໃໝ່ໃຫ້ແກ່ການພັດທະນາການທ່ອງທ່ຽວໃນທົ່ວປະເທດ ເວົ້າລວມ, ພິເສດແມ່ນນະຄອນຮ່າໂນ້ຍ ເມື່ອຮ່າໂນ້ຍ ກາຍເປັນນະຄອນປະດິດສ້າງໃນເຄືອຂ່າຍນະຄອນປະດິດສ້າງຂອງ UNESCO. ຮ່າໂນ້ຍ ກໍ່ວາງຈຸດສຸມໃນການໂຄສະນາຄຸນຄ່າວັດທະນະທຳ. ຍ້ອນເຫດນັ້ນ, ໄລຍະຜ່ານມາ, ຮ່າໂນ້ຍ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການພັດທະນາເສດຖະກິດກາງຄືນ, ຜ່ານນັ້ນ ກໍ່ໄດ້ສ້າງທ່າໄດ້ປຽບໃຫ້ແກ່ການພັດທະນາຂອງນະຄອນຫຼວງ ຈາກຄວາມສາມາດບົ່ມຊ້ອນຂອງເສດຖະກິດກາງຄືນ”.
ການປະຕິບັດການທ່ອງທ່ຽວໃນຍາມກາງຄືນຢູ່ ຮ່າໂນ້ຍ ໃນໄລຍະຜ່ານມາ ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນໃນເບື້ອງຕົ້ນ. ຢູ່ບັນດາຖະໜົນ ໃນຍາມກາງຄືນທີ່ມີຊື່ສຽງຂອງຮ່າໂນ້ຍ... ໄດ້ ແລະ ພວມດຶງດູດນັກທ່ອງທ່ຽວມາສຳຜັດກັບຊີວິດໃນຍາມກາງຄືນທີ່ຟົດຟື້ນ. ຕໍ່ຈາກຜົນສຳເລັດນັ້ນ, ເດືອນ ພະຈິກ ຜ່ານມາ, ພະແນກ ທ່ອງທ່ຽວຮ່າໂນ້ຍ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ຮວ່ານກຽມ ຈັດຕັ້ງພິທີເປີດຕົວ 15 ຜະລິດຕະພັນການທ່ອງທ່ຽວກາງຄືນ ຮ່າໂນ້ຍ. ສິ່ງທີ່ພິເສດແມ່ນບັນດາຜະລິດຕະພັນທ່ອງທ່ຽວຍາມກາງຄືນແມ່ນສຸມໃສ່ຂຸດຄົ້ນບັນດາມໍລະດົກອະລິຍະທຳນັບພັນປີ ທັງລອງ - ຮ່າໂນ້ຍ. ທ່ານນາງ ດັ້ງເຮືອງຢາງ, ຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຢາກໃຫ້ນັກທ່ອງທ່ຽວຮູ້ສຶກໄດ້ເຖິງຕອນຄ່ຳຢູ່ ຮ່າໂນ້ຍ ແມ່ນສວຍງາມແນວໃດ, ຢາກໃຫ້ນັກທ່ອງທ່ຽວຢູ່ທຸກແຖບຖິ່ນຂອງປະເທດ ແລະ ນັກທ່ອງທ່ຽວສາກົນມາ ຮ່າໂນ້ຍ ມີຄວາມຮັກແພງຕໍ່ຮ່າໂນ້ຍ ຫລາຍກວ່າເກົ່າ ແລະ ຮູ້ສຶກເຖິງບັນຍາກາດຍາມກາງຄືນຂອງຮ່າໂນ້ຍ, ມັນແຕກຕ່າງກັບຕອນກາງເວັນ. ໃນຍາມກາງເວັນ, ຮ່າໂນ້ຍ ແມ່ນສະຖານທີ່ທີ່ຄຶກຄື້ນ, ເປັນນະຄອນທີ່ມີປູຊະນີຍະສະຖານ, ມໍລະດົກຫລາຍແຫ່ງ ແລະ ມີວັດທະນະທຳທີ່ອຸດົມສົມບູນ. ໃນຕອນກາງຄືນ, ພວກເຮົາຈະເຫັນພື້ນທີ່ທີ່ແຕກຕ່າງກັນ, ເປັນບ່ອນສະຫງົບງຽບ, ແຕ່ກໍ່ມີສະຖານທີ່ຟົດຟື້ນທີ່ສຸດ”.
ຕາມການຕີລາຄາຂອງ ພະແນກທ່ອງທ່ຽວ ຮ່າໂນ້ຍ, ເຂດຄຸ້ມຖະຫນົນເກົ່າ ແລະ ອ້ອມໜອງ ຮວ່ານກ໋ຽມ ໄດ້ຮັບຖືວ່າແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍໃນໄລຍະຜ່ານມາ. ເຂດນີ້ເຕົ້າໂຮມຫລາຍຮ້ານອາຫານ, ໂຮງແຮມ, ການບໍລິການຊື້ເຄື່ອງຂອງ, ສະຖານທີ່ບັນເທິງໃນຍາມກາງຄືນ ແລະ ທ້າຍອາທິດ, ໄດ້ປະກອບສ່ວນເພີ່ມທະວີຄວາມດຶງດູດໃຫ້ແກ່ການທ່ອງທ່ຽວຢູ່ນະຄອນຫຼວງ ຮ່າໂນ້ຍ. ທ່ານ ຟ້າມຕວນລອງ, ປະທານຄະນະກຳມະການປະຊາຊົນເມືອງ ຮວ່ານກ໋ຽມ ໃຫ້ຮູ້ວ່າ:
“ນັກທ່ອງທ່ຽວຕ່າງປະເທດມັກຂຶ້ນແຜນພັກຢູ່ບໍລິເວນເມືອງ ຮວ່ານກຽມ ໃນໄລຍະດຳເນີນກິດຈະກຳຢູ່ຖະໜົນຄົນຍ່າງ. ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຊຸກຍູ້ຄວາມຕ້ອງການດ້າຍການທ່ອງທ່ຽວ. ບົດບາດ ແລະ ການປະກອບສ່ວນຂອງບັນດາຮູບແບບຢູ່ຖະໜົນຄົນຍ່າງ ເມືອງ ຮວ່ານກ໋ຽມ ສຳລັບການທ່ອງທ່ຽວ ນະຄອນຫຼວງ ແມ່ນໃຫຍ່ຫຼວງ. ໄດ້ມີຫຼາຍຮູບແບບ, ການພົບປະແລກປ່ຽນວັດທະນະທຳ ແລະ ກິດຈະກຳ ໄດ້ຈັດຂຶ້ນຢູ່ສະຖານທີ່ເຫຼົ່ານີ້”.
ຮ່າໂນ້ຍ ວາງຄາດໝາຍຕ້ອນຮັບນັກທ່ອງທ່ຽວປະມານ 25,5 ລ້ານເທື່ອຄົນໃນປີຫນ້າ, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ປີນີ້. ເພື່ອບັນລຸໃຫ້ໄດ້ສິ່ງນັ້ນ, ການພັດທະນາເສດຖະກິດໃນຍາມກາງຄືນແມ່ນມາດຕະການທີ່ສໍາຄັນ. ການສ້າງເຂດວັດທະນະທຳ ແລະ ການອອກແບບບັນດາລາຍການທ່ອງທ່ຽວໃໝ່ຈາກບັນດາຜະລິດຕະພັນທ່ອງທ່ຽວຍາມກາງຄືນບໍ່ພຽງແຕ່ສ້າງຄວາມມ່ວນຊື່ນ ບັນເທິງເທົ່ານັ້ນ ຫາກຍັງສ້າງຜະລິດຕະພັນໃຫມ່ອ່ຽມທີ່ແຕກຕ່າງເມື່ອທຽບໃສ່ການທ່ອງທ່ຽວແບບດັ້ງເດີມ, ຜ່ານນັ້ນ ກໍ່ປະກອບສ່ວນສ້າງປະສິດທິຜົນສູງໃນຍຸດທະສາດພັດທະນາເສດຖະກິດກາງຄືນຂອງ ຮ່າໂນ້ຍ.








