• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ນອນໃນທອບ 3 ໂລກກ່ຽວກັບສະຖານທີ່ມີອາຫານການກິນແຊບທີ່ສຸດ

ສະຖານທີ່ 25 ແຫ່ງນອນໃນຂອບເຂດພິທີມອບລາງວັນປະຈຳປີ Traveler’s Choise Best of the Best 2023.
  ເຂົ້າປຸ້ນຊີ້ນປິ້ງຂອງ ຮ່າໂນ້ຍ  

Trip Advisor, ເວັບໄຊກ່ຽວກັບການທ່ອງທ່ຽວດີເດັ່ນຂອງໂລກ, ຫາກໍ່ປະກາດບັນຊີລາຍຊື່ການຄັດເລືອກ 25 ສະຖານທີ່ທີ່ຄວນໄປໃນປີ 2023. ສະຖານທີ່ 25 ແຫ່ງນອນໃນຂອບເຂດພິທີມອບລາງວັນປະຈຳປີ Traveler’s Choise Best of the Best 2023. ບັນຊີລາຍຊື່ນີ້ອີງໃສ່ການເລືອກເຟັ້ນຂອງຜູ້ອ່ານນັບລ້ານຄົນໃນທົ່ວໂລກ ທີ່ໄດ້ໄປທ່ອງທ່ຽວໃນ 12 ເດືອນຜ່ານມາ.

ໃນຄໍລຳບັນດາສະຖານທີ່ທ່ອງທ່ຽວທີ່ມີອາຫານການກິນແຊບທີ່ສຸດໃນໂລກ, ຮ່າໂນ້ຍຂອງ ຫວຽດນາມ ໄດ້ຍືນອັນດັບທີ 3. ຕາມ Trip Advisor, ຮ່າໂນ້ຍ ພົ້ນເດັ່ນດ້ວຍເຍື່ອງອາຫານ ເຂົ້າປຸ້ນຊີ້ນປິ້ງ, ກະແລ້ມ ຈ່າງຕ່ຽນ, ຈ໊າກາ, ບັນກວນ ຫຼື ກາເຟນົມ. ບັນດາເຍື່ອງອາຫານນີ້ໄດ້ຮັບຄະແນນ 4 -4,5/5 ດາວຈາກ Trip Advisor.

(ແຫຼ່ງຄັດຈາກ VOV)

ບັ້ນເຄື່ອນ​ໄຫວ ຊົ່ວ​ໂມງ​ເພື່ອໜ່ວ​ຍໂລກ ປີ 2026 ດ້ວຍສານ ປະ​ດິດ​ຄິດ​ສ້າງ​ສີ​ຂຽວ - ອະ​ນາ​ຄົດສີ​ຂຽວ

ບັ້ນເຄື່ອນ​ໄຫວ “ຊົ່ວ​ໂມງ​ເພື່ອໜ່ວ​ຍໂລກ” ປີ 2026 ດ້ວຍສານ “ປະ​ດິດ​ຄິດ​ສ້າງ​ສີ​ຂຽວ - ອະ​ນາ​ຄົດສີ​ຂຽວ”

ເຫດການລວມມີພິທີປຸກລະດົມ ແລະ ງານແຂ່ງຂັນແລ່ນຢູ່ຖະໜົນຄົນຍ່າງ ຈິງກົງເຊີນ, ຕາແສງ ໄຕໂຮ່, ນະຄອນຮ່າໂນ້ຍ, ພ້ອມກັບການແຂ່ງຂັນແລ່ນແບບທາງໄກໃນ ແຟຼດຟອມ 84Race ແຕ່ວັນທີ 21 ມີນາ ຫາວັນທີ 11 ເມສາ 2026.

Top