• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ຈັດຕັ້ງລາຍການ “ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ”

      ໂດຍຕອບສະໜອງຕາມຄຳຮຽກຮ້ອງ “ທົ່ວປວງຊົນສາມັກຄີກັນ, ພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19” ຂອງທ່ານປະທານປະເທດ ແລະ ຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຕອນຄ່ຳວັນທີ 19 ມິຖຸນາ, ຢູ່ ຫໍວັດທະນະທຳ ແຮງງານມິດຕະພາບ ຫວຽດນາມ - ລັດເຊຍ, ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງລາຍການ “ຮ່າໂນ້ຍ ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.”
ການສະແດງສິລະປະໃນລາຍການ  “ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ” (ພາບ: VOV)
      ເຫດການດັ່ງກ່າວຖືກຈັດຂຶ້ນ ແມ່ນເພື່ອແນໃສ່ຂົນຂວາຍ, ປຸກລະດົມບັນດາອົງການຈັດຕັ້ງ, ວິສາຫະກິດ, ຫົວໜ່ວຍ ແລະ ສ່ວນບຸກຄົນ ສືບຕໍ່ຮ່ວມແຮງຮ່ວມໃຈໜູນຊ່ວຍ ແລະ ປະກອບສ່ວນເຂົ້າໃນວຽກງານຕ້ານໂລກລະບາດ ໂຄວິດ - 19 ແລະ ສັກວັກຊິນກັນພະຍາດໂຄວິດ - 19 ຂອງນະຄອນ. ລາຍການດັ່ງກ່າວ ກໍຮັບຮູ້ ແລະ ຊົມເຊີຍບັນດາວິສາຫະກິດ, ອົງການ, ສ່ວນບຸກຄົນທີ່ດີເດັ່ນ ແລະ ຕັ້ງໜ້າປະກອບກຳລັງເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19. ກ່າວຄຳເຫັນທີ່ເຫດການດັ່ງກ່າວ, ທ່ານ ຈູງອກແອັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຢັ້ງຢືນວ່າ ແຕ່ລະການຕອບສະໜອງ, ການປະກອບສ່ວນຂອງບັນດາອົງການ, ຫົວໜ່ວຍ ແລະ ສ່ວນບຸກຄົນນັ້ນ ບໍ່ພຽງແຕ່ຊ່ວຍໃຫ້ເປັນການເສີມສ້າງແຫຼ່ງກຳລັງເພີ່ມເຕີມໃຫ້ແກ່ນະຄອນ ເພື່ອຜັນຂະຫຍາຍການສັກວັກຊິນໃຫ້ບັນລຸພຸມຄຸ້ມກັນເປັນໝູ່ໂດຍໄວເທົ່ານັ້ນ ຫາກຍັງນຳຊີວິດການເປັນຢູ່ກັບຄືນສູ່ສະພາບເປັນປົກກະຕິໃໝ່.
ຕາມນະຄອນ ຮ່າໂນ້ຍແລ້ວ, ກອງທຶນສັກວັກຊິນ ແລະ ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງນະຄອນ ໄດ້ຮັບເງິນຊ່ວຍເຫຼືອ ປະມານ 75 ລ້ານ USD ແລະ ວັກຊິນຈຳນວນ 2.500.000 ໂດສ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top