• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າຕິງ: ພິທີໄຫວ້ອາໄລ ແລະ ປົ່ງ 12 ອັດຖິຂອງນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ

 ໃນຈຳນວນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຊອກຫາໃນລະດູແຫ້ງນີ້ມີ 2 ອັດຖິຢູ່ນະຄອນຫຼວງ ວຽງຈັນ

ພິທີໄຫວ້ອາໄລ ແລະ ປົ່ງ 12 ອັດຖິຂອງນັກຮົບອາສາສະໝັກທີ່ເສຍສະຫຼະຊີວິດເພື່ອຊາດ,
ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວ 
ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ໜ້ຳ (ເມືອງ ເຮືອງເຊີນ, ແຂວງ ຮ່າຕິງ) ກອງບັນຊາການທະຫານເຂດ IV ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຮ່າຕິງ ຈັດຕັ້ງພິທີໄຫວ້ອາໄລ ແລະ ປົ່ງ 12 ອັດຖິຂອງນັກຮົບອາສາສະໝັກທີ່ເສຍສະຫຼະຊີວິດເພື່ອຊາດ, ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວ ກັບຄືນບ້ານເກີດເມືອງນອນ. ລະດູແລ້ງປີ 2017 – 2018, ກອງທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຂຶ້ນກັບກອງບັນຊາການທະຫານແຂວງ ຮ່າຕິງ ໄດ້ຊອກຄົ້ນ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ໄດ້ 12 ອັດຖິ ແລະ ສົ່ງກັບເມືອບ້ານເກີດເມືອງນອນ. ໃນຈຳນວນອັດຖິທະຫານເສຍສະຫຼະຊີວິດເພື່ອຊາດຊອກຫາໃນລະດູແຫ້ງນີ້ມີ 2 ອັດຖິຢູ່ນະຄອນຫຼວງ ວຽງຈັນ, 10 ອັດຖິຢູ່ແຂວງ ບໍລິຄຳໄຊ. ພິເສດ, ໃນນັ້ນມີທະຫານເສຍສະຫຼະຊີວິດເພື່ອຊາດໜຶ່ງຄົນມີຂໍ້ມູນຄົບຖ້ວນ.
(ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top