• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມ​ແຮງ​ຮ່ວມ​ໃຈ​ເອົາ​ໃຈ​ໃສ່​ຜູ້​ອາ​ຍຸ​ສູງ​ໃນ​ທ່າ​ອ່ຽງ​ສັງ​ຄົມ​ຜູ້​ສູງ​ອາ​ຍຸ

ວຽກ​ງານຜູ້​ອາ​ຍຸ​ສູງ​ຕ້ອງ​ໄດ້​ວາງ​ໃນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ​-ສັງ​ຄົມ ສັງ​ລວມ​, ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ຂອງ ປ​ຊ​ຊ.
ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ມອບ​ຂອງ​ຂັວນ​ໃຫ້ ​ຜູ້​ອາ​ຍຸ​ສູງ (ພາບ: VNA)

ພິ​ທີ​ປຸກ​ລະ​ດົ​ມ​ເດືອນ​ກະ​ທຳ​ເພື່ອ​ຜູ້​ອາ​ຍຸ​ສູງ ຫວຽດ​ນາມ ປີ 2026 “ປະ​ຊາ​ຄົມ ຮ່ວມ​ແຮງ​ຮ່ວມ​ໃຈ​ເອົາ​ໃຈ​ໃສ່​ຜູ້​ອາ​ຍຸ​ສູງ​ໃນ​ທ່າ​ອ່ຽງ​​ສັງ​ຄົມ​ຜູ້​ສູງ​ອາ​ຍຸ, "ຕອບ​ສະ​ໜອງວັນ​ຜູ້​ອາ​ຍຸ​ສູງ​ສາ​ກົນ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 1 ຕຸ​ລາ​ຢູ່​ນະ​ຄອນ ຫາຍ​ຟ່ອງ. ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ຜູ້​ອາ​ຍຸ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ປຸກ​ລະ​ດົມ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ ຊີ້​ແຈ້ງວ່າ:

ວຽກ​ງານຜູ້​ອາ​ຍຸ​ສູງ​ຕ້ອງ​ໄດ້​ວາງ​ໃນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ​-ສັງ​ຄົມ ສັງ​ລວມ​, ການພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ຂອງ ປ​ຊ​ຊ. ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ອົງ​ການ​ຈັດ​ຕັ້ງແຕ່​ລະ​ຂັ້ນ​ຕ້ອງ​ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ຢ່າງ​ຄົບ​ຖ້ວນ. ແຕ່​ລະ​ຄອບ​ຄົວ​ຕ້ອງ​ແມ່ນ​ຊາຍ​ຄາ​ອັນ​ອົບ​​ອຸ່ນນ​ຢ່າງ​ແທ້​ຈິງ​ ເພື່ອ​ໃຫ້​ຜູ້​ອາ​ຍຸ​ສູງ​ໄດ້​ຮັບ​ຄວາມ​ຮັກ​ແພງ, ​ຄວາມເຄົາ​ລົບ​ນັບ​ຖື, ເອົາ​ໃຈ​ໃສ່​ເບິ່ງ​ແຍງ…ປຊ​ຊ ແຕ່​ລະ​ຄົນ​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮັກ​ສາ ແລະ ແຜ່​ກະ​ຈາຍ​ມູນ​ເຊື້ອ “ເຄົາ​ລົບ​ນັບ​ຖື​ຜູ້​ອາ​ຍຸ​ສູງ” ອັນ​ດີ​ງາມ​ຂອງ​ຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ສົມທົບພ້ອມກັບບັນດາປະເທດສະມາຊິກ APEC ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ປີ APEC 2027

ຫວຽດນາມ ສົມທົບພ້ອມກັບບັນດາປະເທດສະມາຊິກ APEC ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ປີ APEC 2027

ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນການຈັດຕັ້ງ, ບໍລິຫານ, ການສົມທົບກັນ ລະຫວ່າງບັນດາອົງການ ແລະ ການແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໃໝ່.

Top