ກຳລັງປະຕິບັດໜ້າທີ່ໄດ້ຂຸດດິນກວ່າ 500 ແມັດກ້ອນ, ພ້ອມກັນນັ້ນ ກໍ່ເປີດກວ້າງເຂດຊອກຫາຢູ່ເຂດ B.
ກຳລັງທະຫານຂອງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດພວມຊອກຫາຢູ່ເຂດ B (ພາບ: VNA)
ວັນທີ 30 ກັນຍາ, ບັນດາກຳລັງຂຶ້ນກັບກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂອງກອງບັນຊາການນະຄອນ ໂຮ່ຈິມິນ ສືບຕໍ່ຜັນຂະຫຍາຍການຊອກຫາ, ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດ B, ສວນສາທາລະນະ ເລທິຣຽງ.
ພາຍໃນມື້, ກຳລັງປະຕິບັດໜ້າທີ່ໄດ້ຂຸດດິນກວ່າ 500 ແມັດກ້ອນ, ພ້ອມກັນນັ້ນ ກໍ່ເປີດກວ້າງເຂດຊອກຫາຢູ່ເຂດ B. ກອງບັນຊາການນະຄອນ ໂຮ່ຈິມິນ ໄດ້ລະດົມພາຫະນະເພື່ອຮັບໃຊ້ການຂຸດ, ຂົນດິນ, ຮັບປະກັນຄວາມຄືບໜ້າໃນການປະຕິບັດ. ໝາກຜົນແມ່ນ, ວັນທີ 30 ກັນຍາ ຢູ່ເຂດ B, ກຳລັງປະຕິບັດໜ້າທີ່ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 10 ອັດຖິ ພ້ອມກັບວັດຖຸຕິດຕົວ 2 ຊຸດ. ນັບແຕ່ວັນທີ 23 ມິຖຸນາ ຫາວັນທີ 30 ກັນຍາ, ບັນດາກຳລັງໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ລວມທັງໝົດ 682 ອັດຖິ, ໃນນັ້ນມີເຄື່ອງຕິດຕົວພ້ອມ 301 ຊຸດ.
(ແຫຼ່ງຄັດຈາກ VOV)