• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວິ​ວັດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ສົມ​ທົບ ຫວຽດ​ນາມ-ອາ​ເມ​ລິ​ກາ ດຳ​ເນີນ​ໄປ​ຢ່າງ​ຕັ້ງ​ໜ້າ

ສອງ​ຝ່າຍ​ໄດ້​ຮັບ​ຮູ້ບັນ​ດາ​ຄວາມ​ຄຶບ​ໜ້າ​ທີ່​ຕັ້ງ​ໜ້າ ໃນ​ວິ​ວັດ​ການ​ເຈ​ລະ​ຈາ ເພື່ອ​ມຸ່ງ​ໄປ​ເຖິງ​ການ​ເຊັນ ສັນ​ຍາ​ການ​ຄ້າ​ສົມ​ທົບ, ຍຸດ​ຕິ​ທຳ ໂດຍ​ໄວ.
  ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ : VNA)  

ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ຮັບ​ຮູ້​ຄວາມ​​ຄືບ​ໜ້າ​ອັນ​ຕັ້ງ​ໜ້າ ໃນ​ວິ​ວັດ​ການ​ເຈ​ລະ​ຈາ ເພື່ອ​ມຸ່ງ​ໄປ​ເຖິງ​ການ​ເຊັນ ສັນ​ຍາ​ການ​ຄ້າ​ສົມ​ທົບ, ຍຸດ​ຕິ​ທຳ ໂດຍ​ໄວ. ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂອ​ງ​ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າ​ວນັດ​ສາ​ມັນ ກະ​ຊວງ​ການ​ຕ່າງ​ປະ​ເທດ ຈັດ​ຂຶ້ນ​ໃນ​ວັນ​ທີ 1 ຕຸ​ລາ​ຢູ່ ຮ່າ​ໂນ້ຍ. ຕາມທ່ານ​ນາງ ຟ້າມ​ທູ​ຮັ່ງ, ​ວັນ​ທີ 21 ກັນ​ຍາ​ທີ່​ຜ່ານ​ມາ, ຢູ່ ນິວຢອກ, ອາ​ເມ​ລິ​ກາ, ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫ່​ຍ ສ​ປ​ຊ ຊຸດ​ທີ 81, ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Jamieson Greer, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ (USTR):

ສອງ​ຝ່າຍ​ໄດ້​ຮັບ​ຮູ້ບັນ​ດາ​ຄວາມ​ຄືບ​ໜ້າ​ທີ່​ຕັ້ງ​ໜ້າ ໃນ​ວິ​ວັດ​ການ​ເຈ​ລະ​ຈາ ເພື່ອ​ມຸ່ງ​ໄປ​ເຖິງ​ການ​ເຊັນ ສັນ​ຍາ​ການ​ຄ້າ​ສົມ​ທົບ, ຍຸດ​ຕິ​ທຳ ໂດຍ​ໄວ ສ້າງ​ຂ​ອບ​ເຂດ​ເສດ​ຖະ​ກິດ​​ສະ​ຖຽນ​ລະ​ພາບ, ຍາວ​ນານ​ໃຫ້​ແກ່​ການ​ພົວ​ພັ​ນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ-ອາ​ເມ​ລິ​ກາ. ບົນ​ພື້ນ​ຖານນັ້ນ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ສືບ​ຕໍ່ແລກ​ປ່ຽນ​ເພື່ອ​ຊຸກ​ຍູ້​ການ​ເຈລະ​ຈາ​ການ​ຄ້າ ບັນ​ລຸ​ໝາກ​ຜົ​ນ​ທີ່​ຕັ້ງ​ໜ້າ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ ປ​ຊ​ຊ ແລະ ວິ​ສາ​ຫະ​ກິດ, ສອດ​ຄ່ອງ​ກັບ​ເງື​່ອນ​ໄຂ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ ແລະ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ ເຂົ້າ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ກໍ່​ຄື​ຄວາມ​ວັດ​ທະ​ນາ​ຖາ​ວອນ​ລວມ​ຂອງ​ໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ສົມທົບພ້ອມກັບບັນດາປະເທດສະມາຊິກ APEC ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ປີ APEC 2027

ຫວຽດນາມ ສົມທົບພ້ອມກັບບັນດາປະເທດສະມາຊິກ APEC ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ປີ APEC 2027

ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນການຈັດຕັ້ງ, ບໍລິຫານ, ການສົມທົບກັນ ລະຫວ່າງບັນດາອົງການ ແລະ ການແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໃໝ່.

Top