ສອງຝ່າຍໄດ້ຮັບຮູ້ບັນດາຄວາມຄຶບໜ້າທີ່ຕັ້ງໜ້າ ໃນວິວັດການເຈລະຈາ ເພື່ອມຸ່ງໄປເຖິງການເຊັນ ສັນຍາການຄ້າສົມທົບ, ຍຸດຕິທຳ ໂດຍໄວ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ : VNA)
ຫວຽດນາມ ແລະ ອາເມລິກາ ໄດ້ຮັບຮູ້ຄວາມຄືບໜ້າອັນຕັ້ງໜ້າ ໃນວິວັດການເຈລະຈາ ເພື່ອມຸ່ງໄປເຖິງການເຊັນ ສັນຍາການຄ້າສົມທົບ, ຍຸດຕິທຳ ໂດຍໄວ. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນ ກະຊວງການຕ່າງປະເທດ ຈັດຂຶ້ນໃນວັນທີ 1 ຕຸລາຢູ່ ຮ່າໂນ້ຍ. ຕາມທ່ານນາງ ຟ້າມທູຮັ່ງ, ວັນທີ 21 ກັນຍາທີ່ຜ່ານມາ, ຢູ່ ນິວຢອກ, ອາເມລິກາ, ໃນຂອບເຂດການໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມສະມັດຊາໃຫ່ຍ ສປຊ ຊຸດທີ 81, ທ່ານເລຂາທິການໃຫ່ຍ ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ Jamieson Greer, ຫົວໜ້າຜູ້ຕາງໜ້າການຄ້າ ອາເມລິກາ (USTR):
ສອງຝ່າຍໄດ້ຮັບຮູ້ບັນດາຄວາມຄືບໜ້າທີ່ຕັ້ງໜ້າ ໃນວິວັດການເຈລະຈາ ເພື່ອມຸ່ງໄປເຖິງການເຊັນ ສັນຍາການຄ້າສົມທົບ, ຍຸດຕິທຳ ໂດຍໄວ ສ້າງຂອບເຂດເສດຖະກິດສະຖຽນລະພາບ, ຍາວນານໃຫ້ແກ່ການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ-ອາເມລິກາ. ບົນພື້ນຖານນັ້ນ, ຫວຽດນາມ ແລະ ອາເມລິກາ ພວມສືບຕໍ່ແລກປ່ຽນເພື່ອຊຸກຍູ້ການເຈລະຈາການຄ້າ ບັນລຸໝາກຜົນທີ່ຕັ້ງໜ້າ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງ ປຊຊ ແລະ ວິສາຫະກິດ, ສອດຄ່ອງກັບເງື່ອນໄຂພັດທະນາຂອງແຕ່ລະປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ກໍ່ຄືຄວາມວັດທະນາຖາວອນລວມຂອງໂລກ.