• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ເກີດ ທ່ານ ຮວິ່ງຖຸກຄາງ ຄົບຮອບ 150 ປີ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ​ໜຶ່ງ​ໃນ​ບັນ​ດາ​ຄຸນ​ຄ່າ​ໃຫຍ່​ທີ່​ສຸດ​ຂອງ ​ທ່ານ ຮວິ່ງຖຸກ​ຄາງ ແມ່ນ​ຈິດ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.
  ທ່ານ ເຈິ່ນ​ແທັງ​ເໝິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ເກີດ ທ່ານ ຮວິ່ງຖຸກ​ຄາງ ຄົບຮອບ 150 ປີ (01/10/1876 - 01/10/2026) (ພາບ: VNA))  

ຕອນ​ເຊົ້າ​ວັນ​ທີ 1 ຕຸ​ລາ, ຢູ່​ນະ​ຄອນ ​ດ່າ​ນັ້ງ, ທ່ານ ເຈິ່ນ​ແທັງ​ເໝິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ເກີດ ທ່ານ ຮວິ່ງຖຸກ​ຄາງ ຄົບຮອບ 150 ປີ (01/10/1876 - 01/10/2026), ອະ​ດີດ​ຜູ້​ຮັກ​ສາ​ການ​ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ​ໜຶ່ງ​ໃນ​ບັນ​ດາ​ຄຸນ​ຄ່າ​ໃຫຍ່​ທີ່​ສຸດ​ຂອງ ​ທ່ານ ຮວິ່ງຖຸກ​ຄາງ ແມ່ນ​ຈິດ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ບົດ​ຮຽນ​ນັ້ນ ​ມາ​ຮອດ​ປັດ​ຈຸ​ບັນ ຍັງ​ໄດ້​ຮັກ​ສາ​ຄຸນ​ຄ່າ​ເໝືອນ​ເດີມ, ຕ້ອງ​ສືບ​ຕໍ່​ສືບ​ທອດ ແລະ ເສີມ​ຂະ​ຫຍາຍ. ຄວາມ​ສາ​ມັກ​ຄີ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ແຮງ​​ຕົວ​ຈິງ, ໂດຍໄດ້​ສະ​ແດງ​ອອກ​ດ້ວຍ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ການ​ກະ​ທຳ ແລະ ປະ​ສິດ​ທິ​ຜົນ​ໃນ​ຕົວ​ຈິງ. ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ​ໃຫ້​ຮູ້​ວ່າ:

ເສີມ​ຂະ​ຫຍາຍ​ຢ່າງ​ແຮງບົດ​ບາດ​ເປັນ​ໃຈ​ກາງ, ກຳ​ລັງ​ໜູນ ແລະ ກຳ​ລັງ​ແຜ່​ກະ​ຈາຍ​ຂອງ​ດ່າ​ນັ້ງ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ທ້ອງ​ຖິ່ນໃນ​ພາກ​ພື້ນ, ປະ​ກອບ​ສ່ວນ​ນັບ​ມື້​ນັບ​ຕັ້ງ​ໜ້າ, ມີ​ປະ​ສິດ​ທິ​ຜົນເຂົ້າ​ການ​ພັດ​ທະ​ນາຂອງ​ເຂດ​ພາກ​ກາງ ແລະ ທົ່ວ​ປະ​ເທດ. ຫັນ​ມູນ​ເຊື້ອ​ກາຍ​ເປັນ​ກຳ​ລັງ​ໜູນ, ຫັນ​ຄວາມ​ມຸ່ງ​ຫວັງ​ກາຍ​ເປັນ​ການ​ກະ​ທຳ, ຫັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ ແລະ ຫັນ​ບັນ​ດາ​ຄວາມ​ຕັດ​ສິນ​ໃຈ​ກາຍ​ເປັນ​ໝາກ​ຜົນ​ລະ​ອຽດ, ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ ນັ້ນ​ແມ່ນ​ວິ​ທີ​ການ​ທີ່ແທ້​ຈິງ​ເພື່ອ​ໃຫ້​ພວກ​ເຮົາ​ສືບ​ຕໍ່​ບັນ​ດາ​ຄຸນ​ຄ່າ​ເຊິ່ງ ທ່ານ ​ຮວິ່ງຖຸກຄາງ ແລະ ບັນ​ພະ​ບຸ​ລຸດ​ລຸ້ນ​ກ່ອນ ໄດ້​ອອກເຫື່ອ​ເທ​ແຮງ​ເພີ່ມ​ພູນ​ຄູນ​ສ້າງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ສົມທົບພ້ອມກັບບັນດາປະເທດສະມາຊິກ APEC ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ປີ APEC 2027

ຫວຽດນາມ ສົມທົບພ້ອມກັບບັນດາປະເທດສະມາຊິກ APEC ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ປີ APEC 2027

ບັນດາຜູ້ແທນໄດ້ແລກປ່ຽນບົດຮຽນການຈັດຕັ້ງ, ບໍລິຫານ, ການສົມທົບກັນ ລະຫວ່າງບັນດາອົງການ ແລະ ການແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໃໝ່.

Top