• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມແຮງຮ່ວມໃຈສ້າງປະຊາຄົມ ອາຊຽນ ໃນສະໄໝການປະຕິວັດອຸດສາຫະກຳ 4.0

ໃນສະພາບການນັ້ນ, ບັນດາປະເທດ ອາຊຽນ ພວມຕັ້ງໜ້າເຄື່ອນໄຫວ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງກາລະໂອກາດເພື່ອພັດທະນາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ 
 

ຮ່ວມແຮງຮ່ວມໃຈສ້າງປະຊາຄົມ ອາຊຽນ ໃນສະໄໝການປະຕິວັດອຸດສາຫະກຳ 4.0 ແມ່ນຫົວຂໍ້ບົດຂຽນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນື່ອງໃນໂອກາດກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ (WEF ASEAN 2018) ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 11 ກັນຍາຢູ່ຮ່າໂນ້ຍ. ໃນບົດຂຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ໂລກໃນປະຈຸບັນ ພວມມີການຫັນປ່ຽນຢ່າງວ່ອງໄວພາຍໃຕ້ຜົນກະທົບຈາກການຫັນເປັນໂລກາພິວັດ, ການພັດທະນາກະໂດດຂັ້ນຂອງວິທະຍາສາດເຕັກໂນໂລຊີ, ການປະຕິວັດອຸດສາຫະກຳ 4.0. ໃນສະພາບການນັ້ນ, ບັນດາປະເທດ ອາຊຽນ ພວມຕັ້ງໜ້າເຄື່ອນໄຫວ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຍາດແຍ່ງກາລະໂອກາດເພື່ອພັດທະນາ, ຫັນວິໄສທັດປະຊາຄົມ ອາຊຽນ 2025 ໃຫ້ປະກົດຜົນເປັນຈິງ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂງ ແລະ ເສີມຂະຫຍາຍບົດບາດໃຈກາງໃນບັນດາກົນໄກພາກພື້ນ ແລະ ສາກົນກ່ວາອີກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ໃນຖານະເປັນປະເທດເຈົ້າພາບເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018), ຫວຽດນາມ ມີຄວາມຮັບຜິດຊອບພ້ອມກັບເວທີປາໄສເສດຖະກິດໂລກ (WEF) ແລະ ບັນດາປະເທດ ອາຊຽນ ສຸມໃສ່ປຶກສາຫາລືບັນດາບັນຫາສຳຄັນ ແລະ ການສ້າງຕັ້ງບັນດາແນວຄວາມຄິດ, ການກຳນົດທິດໃຫຍ່ ກ່ຽວກັບການພັດທະນາຂອງບັນດາປະເທດ ອາຊຽນ ໃນການປະຕິວັດອຸດສາຫະກຳ 4.0 ເພື່ອແນໃສ່ປະກອບສ່ວນປະຕິບັດສຳເລັດວິໄສທັດ ອາຊຽນ 2025 ເພື່ອຜົນປະໂຫຍດ ແລະ ການພັດທະນາຂອງທົ່ວພາກພື້ນ ແລະ ຂອງແຕ່ລະປະເທດ, ອັນໄດ້ປະກອບສ່ວນໃຫ້ແກ່ຄວາມວັດທະນາຖາວອນລວມຂອງພາກພື້ນ ແລະ ຢູ່ໃນໂລກ.

        ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ກອງປະຊຸມ WEF ASEAN 2018 ບໍ່ພຽງແຕ່ສະແດງບົດບາດເປັນເຈົ້າການ ແລະ ການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງ ຫວຽດນາມ ສຳລັບ ອາຊຽນ ເທົ່ານັ້ນ, ຫາກຍັງຢັ້ງຢືນວິໄສທັດຍຸດທະສາດກ່ຽວກັບການພົວພັນຕ່າງປະເທດ ແລະ ການພັດທະນາຂອງພັກ ແລະ ລັດ ຫວຽດນາມ ອີກດ້ວຍ.

 (ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top