• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮຽກຮ້ອງຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ແຮງງານຫວຽດນາມຢູ່ມາເລເຊຍ

      ຕໍ່ໜ້າສະພາບ ຈຳນວນຜູ້ຕິດເຊື້ອພະຍາດCovid– 19 ເພີ່ມຂຶ້ນ, ນັບແຕ່ວັນທີ 18 ມີນາຫາວັນທີ 31 ມີນາ 2020, ລັດຖະບານມາເລເຊຍເກືອດຫ້າມບໍ່ໃຫ້ມີການເດີນທາງໄປມາແລະເຕົ້າໂຮມຫຼາຍຄົນ, ຈຳກັດຊາວຕ່າງປະເທດເຂົ້າເມືອງມາເລເຊຍ (ຍົກເວັ້ນບາງກໍລະນີພິເສດ), ປິດປະຕູໂຮງຮຽນ, ບັນດາອົງການລັດຖະບານແລະເອກະຊົນ (ຍົກເວັ້ນບັນດາອົງການສະໜອງບັນດາການບໍລິການທີ່ຈຳເປັນ), ຈຳກັດຊາວມາເລເຊຍເດີນທາງໄປຕ່າງປະເທດ…
           
      ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດCovid– 19 ຢູ່ມາເລເຊຍ, ກົມຄຸ້ມຄອງແຮງງານຕ່າງປະເທດ (ສັງກັດກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມຫວຽດນາມ) ໄດ້ມີເອກະສານທາງການຮຽກຮ້ອງໃຫ້ບັນດາວິສາຫະກິດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດຕ້ອງປຶກສາຫາລືກັບຄູ່ຮ່ວມມືກ່ຽວກັບແຜນການອອກເມືອງຂອງແຮງງານຫວຽດນາມເພື່ອຮັບປະກັນໃຫ້ ຈຳນວນແຮງງານເຫຼົ່ານັ້ນໄດ້ເຂົ້າເມືອງຢ່າງຖືກຕ້ອງຕາມກົດໝາຍ, ປອດໄພ, ຫຼີກລ້ຽງຄວາມສ່ຽງຕິດໂລກລະບາດCovid– 19. ແຈ້ງໃຫ້ແກ່ແຮງງານຫວຽດນາມທີ່ພວມເຮັດວຽກຢູ່ມາເລເຊຍຮັບຊາບກ່ຽວກັບບັນດາຂໍ້ກຳນົດຂອງລັດຖະບານມາເລເຊຍແລະແນະນຳ ບັນດາມາດຕະການປ້ອງກັນ, ຕ້ານແລະຫຼີກລ້ຽງການຕິດເຊື້ອພະຍາດCovid- 19.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top