ຕອນຄ່ຳວັນທີ 23 ທັນວາ, ຢູ່ສຳນັກງານລັດຖະບານ ທີ່ ຮ່າໂນ້ຍ, ທ່ານ ເຈິ່ນຮົ່ງຮ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄັ້ງທີ 27 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ຕາມຂໍ້ມູນທີ່ກອງປະຊຸມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງ ໃຫ້ສ້າງບົດລາຍງານສຳເລັດ ເພື່ອສົ່ງໃຫ້ ອີຊີ ໂດຍໄວ. ເນື້ອໃນບົດລາຍງານສຸມໃສ່ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປະກາດໃຊ້ເອກະສານ, ຍົກລະດັບການປັບໄໝດ້ານບໍລິຫານ, ແກ້ໄຂຈັດການກຳປັ່ນບໍ່ມີໝາຍເລກທະບຽນ, ກ່ຽວຂ້ອງເຖິງກຳປັ່ນຖືກກັກອາຍາ, ສິນຄ້າສໍ້ໂກງ.
“ບົດລາຍງານຂອງພວກເຮົາຕ້ອງສ້າງຕາມທິດທີ່ວ່າ ພວກເຮົາໄດ້ປະຕິບັດບັນດາເນື້ອໃນທີ່ ອີຊີ ຮຽກຮ້ອງການສືບສວນ, ຢັ້ງຢືນຢ່າງເຂັ້ມງວດ. ຮຽກຮ້ອງໃຫ້ 34 ແຂວງ, ນະຄອນຊີ້ແຈ້ງສະພາບການ, ການຜັນແປວຽກງານທີ່ພວມປະຕິບັດ, ຈຳນວນເມື່ອທຽບໃສ່ກັບຂໍ້ສະເໜີຂອງ ອີຊີ, ເປີດກວ້າງບັນດາສິ່ງທີ່ພວມປະຕິບັດ. ບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ແມ່ນເອກະສານທີ່ ອີຊີ ຈະກວດກາ, ສະເໜີໃຫ້ບັນດາທ້ອງຖິ່ນຮັບຜິດຊອບກ່ຽວກັບຂໍ້ມູນຕົວເລກ, ເອກະສານ, ຮັບປະກັນຄວາມເປັນເອກະພາບ”.
ທ່ານຮອງນາຍົກລັດຖະມົນຕີກໍ່ສະເໜີວ່າ ບົດລາຍງານຕ້ອງສະແດງໃຫ້ເຫັນຢ່າງຈະແຈ້ງວ່າ 100% ກຳປັ່ນ “3 ບໍ່” (ບໍ່ຈົດທະບຽນ, ບໍ່ກວດກາເຕັກນິກ, ບໍ່ອະນຸຍາດ) ໄດ້ຖືກລົບລ້າງໄປແລ້ວ, ຂໍ້ມູນໄດ້ປະກາດຢ່າງເປີດເຜີຍ ແລະ ບັນດາທ້ອງຖິ່ນຕ້ອງຮັບຜິດຊອບກ່ຽວກັບກຳປັ່ນທີ່ຖືກລົບລ້າງ.







