• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບ​ເອົາ​ວັດ​ຖຸ​ອຸ​ປະ​ກອນ​ໜູນຊ່ວຍ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ - 19 ໃຫ້​ຊາວ​ ຫວຽດ​ນາມ ຢູ່​ ສ.ເກົາຫຼີ

ຕອນເຊົ້າວັນທີ 5 ຕຸລາຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີມອບຮັບວັດຖຸອຸປະກອນປ້ອງກັນ, ຕ້ານແລະ ໜູນຊ່ວຍການປິ່ນປົວພະຍາດໂຄວິດ - 19 (ດ້ວຍມູນຄ່າປະມານ 1,8 ຕື້ ດົ່ງ) ໂດຍສູນວັດທະນະທຳພຸດທະສາສະໜາ ຫວຽດນາມ ຢູ່ສ.ເກົາຫຼີ ມອບໃຫ້.

ພິທີຕອນຮັບ

ທີ່ພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຮັບນ້ຳຢາຊີດດັງ, ນ້ຳຢາບ້ວນປາກ God’s Water 5000 ກ່ອງ ເພື່ອປ້ອງກັນ, ຕ້ານ ແລະ ໜູນຊ່ວຍປິ່ນປົວພະຍາດໂຄວິດ - 19 ແລະ ພະຍາດຕ່າງໆໂດຍໄວຣັດ ແລະ ເຊື້ອລາ ກໍ່ຂຶ້ນ. ຈຳນວນວັດຖຸອຸປະກອນດັ່ງກ່າວຈະໄດ້ສົ່ງໄປໃຫ້ວົງຄະນະຍາດ, ສາສະນິກະຊົນ ຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ສປປ.ເກົາຫຼີເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກັບພໍ່ແມ່ປະຊາຊົນໃນສະພາບທີ່ ພະຍາດໂຄວິດ - 19 ກັບມາລະບາດຄືນໃໝ່ຢູ່ ສ.ເກົາຫຼີ. ທ່ານ ຟ້າມກວາງຫ້ຽວໃຫ້ຮູ້ວ່າ:

        ນອກຈາກວຽກດັ່ງກ່າວນັ້ນແລ້ວ ແມ່ນຄວາມຮັບຜິດຊອບຂອງອົງການລັດ, ພວກຂ້າພະເຈົ້າກໍ່ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈົ່ງຊ່ວຍເຫຼືອເຊິ່ງກັນແລະກັນ. ນີ້ແມ່ນການກະທຳອັນສູງສົ່ງ, ພວກເຮົາແມ່ນຄົນຊາດດຽວກັນ ສະນັ້ນກໍ່ຕ້ອງຊ່ວຍເຫຼືອເຊິ່ງກັນແລະກັນ, ຊ່ວຍເຫຼືອບ້ານເກີດເມືອງນອນ ແລະ ປະເທດຊາດ.

(ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top