• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນຄວາມສະຫງົບ, ປອດໄພໃຫ້ແກ່ກອງເຊຍຫວຽດນາມ ຢູ່ ມາໄລເຊຍ

      ຝ່າຍ ມາເລເຊຍ ໄດ້ໃຫ້ຄໍາໝັ້ນສັນຍາ ຈະຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ກອງເຊຍຫວຽດນາມ ແລະ ໄດ້ ຈັດສົ່ງຕໍາຫຼວດ 1200 ຄົນ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນ

ກອງເຊຍຫວຽດນາມກໍາລັງເດີນທາງໄປມາເລເຊຍ ເພື່ອໃຫ້ກໍາລັງໃຈແກ່ທິມບານເຕະຫວຽດນາມ
      ກ່ຽວຂ້ອງເຖິງວຽກງານຮັບປະກັນຄວາມສະຫງົບປອດໄພ ໃຫ້ແກ່ບັນດາກອງເຊຍຫວຽດນາມ ໄປຍັງ ມາເລເຊຍ ເພື່ອໃຫ້ກໍາລັງໃຈແກ່ທິມບານເຕະຫວຽດນາມ, ສະຖານທູດຫວຽດນາມ ປະຈໍາ ມາເລເຊຍ ແຈ້ງໃຫ້ຊາບວ່າ: ໄລ່ມາຮອດຕອນເຊົ້າວັນທີ 11 ທັນວາ, ຕໍາຫຼວດມາເລເຊຍ ໃຫ້ຮູ້ວ່າ ຍັງບໍ່ທັນຮັບຮູ້ເຫດການໃດ ທີ່ສົ່ງຜົນກະທົບເຖິງຄວາມສະຫງົບ, ປອດໄພຂອງກອງເຊຍຫວຽດນາມ ຢູ່ມາເລເຊຍ. ໃນການປຶກສາຫາລືກັບສະຖານທູດຫວຽດນາມ ປະຈໍາ ມາເລເຊຍ, ຝ່າຍ ມາເລເຊຍ ໄດ້ໃຫ້ຄໍາໝັ້ນສັນຍາ ຈະຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ກອງເຊຍຫວຽດນາມ ແລະ ໄດ້ ຈັດສົ່ງຕໍາຫຼວດ 1200 ຄົນ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂບັນດາກໍລະນີທີ່ເກີດຂຶ້ນ.
        ກະຊວງການຕ່່າງປະເທດຫວຽດນາມ ໄດ້ຊີ້ນໍາສະຖານທູດຫວຽດນາມ ປະຈໍາ ມາເລເຊຍ ສືບຕໍ່ ຕິດຕໍ່ ແລະ ສົມທົບກັບບັນດາອົງການເຈົ້າໜ້າທີ່ຂອງປະເທດປະຈໍາຖິ່ນ ຢ່າງແໜ້ນແຟ້ນ ເພື່ອກະກຽມຮັບປະກັນຄວາມສະຫງົບ, ປອດໄພ ໃຫ້ບັນດາກອງເຊຍຫວຽດນາມ. ໃນກໍລະນີເກີດເຫດ, ກອງເຊຍຫວຽດນາມ ຄວນລາຍງານໃຫ້ຕໍາຫຼວດ ແລະ ອົງການເຈົ້າໜ້າທີ່ຂອງປະເທດປະຈໍາຖິ່ນຮັບຊາບ, ຕິດຕໍ່ໂທລະສັບສາຍດ່ວນຂອງສະຖານທູດຫວຽດນາມ ປະຈໍາມາເລເຊຍ ຕາມເບີໂທ: +60 321.484.534 ຫຼື +60 321.410.709 ແລະ ສູນປົກປ້ອງພົນລະເມືອງ: +84.981.84.84.84.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top