• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນຄວາມປອດໄພທາງດ້ານຊີວິດອິນຊີ ແລະ ຊັບສິນໃຫ້ແກ່ຂອງພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນແມ່ນບຸລິມະສິດແຖວໜ້າ

ເລື່ອງຮັບປະກັນຄວາມປອດໄພທາງດ້ານຊີວິດອິນຊີ ແລະ ຊັບສິນໃຫ້ແກ່ຂອງພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນ ເຊິ່ງລັດຖະບານໄດ້ຖືເປັນບຸລິມະສິດແຖວໜ້າ. ກະຊວງການຕ່າງປະເທດສືບຕໍ່ຊີ້ນຳບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອິດສະຣາແອນ, ອາຣັບບິ ຊາອຸດິ ແລະ ອີຢິບ ຮັບຜິດຊອບທັງ ລັດປາແລດສະຕິນ ຕິດຕາມສະພາບການຢູ່ພາກພື້ນເກີດການປະທະກັນ
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ

ຕອນເຊົ້າວັນທີ 23 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ, ຫົວໜ້າຄະນະຊີ້ນຳວຽກງານປົກປ້ອງພົນລະເມືອງຂອງກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມຄະນະຊີ້ນຳເພື່ອປຶກສາຫາລື ກ່ຽວກັບບັນຫາປົກປ້ອງພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນ ຕໍ່ໜ້າສະພາບການຄວາມເຄັ່ງຕຶງປິນຂັ້ນໄດຢູ່ພາກພື້ນ ຕາເວັນອອກກາງໃນປະຈຸບັນ. ເຂົ້າຮ່ວມກອງປະຊຸມ, ມີທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ແລະ ທ່ານ ຫງວຽນມິງຫວູ, ຜູ້ຊ່ວຍວຽກລັດຖະມົນຕີ, ບັນດາຫົວໜ່ວຍກ່ຽວຂ້ອງຂຶ້ນກັບກະຊວງການຕ່າງປະເທດ ແລະ ບັນດາອົງການຕາງໜ້າຂອງ ຫວຽດນາມ ປະຈຳ ອິດສະຣາແອນ, ອາຣັບບິ ຊາອຸດິ ແລະ ອີຢິບ ຮັບຜິດຊອບທັງ ລັດປາແລດສະຕິນ.

ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຮ່າກິມງອັກ ຢັ້ງຢືນວ່າ: ເລື່ອງຮັບປະກັນຄວາມປອດໄພທາງດ້ານຊີວິດອິນຊີ ແລະ ຊັບສິນໃຫ້ແກ່ຂອງພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນ ເຊິ່ງລັດຖະບານໄດ້ຖືເປັນບຸລິມະສິດແຖວໜ້າ. ກະຊວງການຕ່າງປະເທດສືບຕໍ່ຊີ້ນຳບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອິດສະຣາແອນ, ອາຣັບບິ ຊາອຸດິ ແລະ ອີຢິບ ຮັບຜິດຊອບທັງ ລັດປາແລດສະຕິນ ຕິດຕາມສະພາບການຢູ່ພາກພື້ນເກີດການປະທະກັນ, ກວດກາຄືນຂໍ້ມູນຂ່າວກ່ຽວກັບພົນລະເມືອງ ຫວຽດນາມ ຢ່າງຮີບດ່ວນ, ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການກ່ຽວຂ້ອງປະຈຳຖິ່ນ ແລະ ບັນດາອົງການກ່ຽວຂ້ອງພາຍໃນປະເທດເພື່ອຜັນຂະຫຍາຍບັນດາວິທີການປົກປ້ອງ ພົນລະເມືອງ ແລະ ມາດຕະການໜູນຊ່ວຍ, ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ ຫວຽດນາມ ຢູ່ເຂດເກີດການປະທະກັນໃນກໍລະນີຈຳເປັນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top