• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນການຕິດຕໍ່ສື່ສານຢ່າງດີທີ່ສຸດສຳລັບ APEC 2017

      ຂະແໜງໄປສະນີໂທລະຄົມມະນາຄົມ ແລະ ບັນດາກຸ່ມບໍລິສັດໂທລະຄົມ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນວຽກງານສະໜອງຂໍ້ມູນຂ່າວສານ ແລະ ຕິດຕໍ່ສື່ສານທີ່ APEC 2017.

ທ່ານ ຕ່າວຕ່ວານຖັ້ງ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດໂທລະຄົມກອງທັບ Viettel 
      ໄປສະນີໂທລະຄົມ ດ່ານັ້ງ (VNPT  ດ່ານັ້ງ) ສຸມໃສ່ຍົກລະດັບເຄືອຂ່າຍຢູ່ທຸກໆສະຖານທີ່ຈັດຕັ້ງ APEC, ບັນດາສະຖານທີ່ເພື່ອຮັບໃຊ້ຄະນະຈັດຕັ້ງເພື່ອຮັບປະກັນຕອບສະໜອງຄວາມຕ້ອງການນຳໃຊ້ບໍລິການຢ່າງຄົບຖ້ວນ. ລະອຽດຄື, VNPT  ດ່ານັ້ງ ໄດ້ລົງທຶນໃຫ້ແກ່ການກະຈາຍຄື້ນ wifi 3G ແລະ 4G ຢູ່ຫຼາຍສະຖານທີ່, ເພີ່ມເຕີມວັດຖຸອຸປະກອນ… ນອກຈາກນັ້ນ, VNPT  ດ່ານັ້ງ ຍັງໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຕິດຕັ້ງ ກ້ອງວົງຈອນປິດ ຢູ່ຫຼາຍສະຖານທີ່, ພ້ອມທັງສ້າງຕັ້ງລະບົບປະຕູກວດກາດ້ວຍຈາກບໍລິການຮັກສາຄວາມປອດໄພຄວາມໝັ້ນຄົງໃຫ້ APEC.
        ໃນຂະນະນັ້ນ, ບັນດາບໍລິສັດໂທລະຄົມ, ບັນດາກິດຈະກຳພື້ນຖານໂຄງລ່າງໂທລະຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານຮັບໃຊ້ສັບປະດາກອງປະຊຸມສຸດຍອດ APEC ໄດ້ຮັບການປະຕິບັດຢ່າງວ່ອງໄວ. ທ່ານ ຕ່າວຕ່ວານຖັ້ງ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດໂທລະຄົມກອງທັບ Viettel, ໃຫ້ຮູ້ວ່າ:
      “Viettel ໄດ້ຊັບຊ້ອນບຸກຄະລາກອນ ພ້ອມກັບບັນດາວັດຖຸອຸປະກອນດີທີ່ສຸດເພື່ອຮັບໃຊ້ APEC. ປະຈຸບັນ, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານ ເຖິງບັນດາສະຖານທີ່ຈັດຕັ້ງເຫດການແລ້ວ. ມາຮອດປະຈຸບັນ, ທຸກໆວຽກງານ ກໍ່ສ້າງພື້ນຖານໂຄງລ່າງ, ເຄືອຂ່າຍຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໄດ້ຮັບການ ກວດກາຢ່າງລະອຽດ ຈາກ Viettel, ຈັດຕັ້ງການເຝິກຊ້ອມ ແລະ ກຽມພ້ອມເພື່ອສະໜອງການບໍລິການໃຫ້ເຫດການ.”
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top