• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກ​ສາ​ສາຍ​ພົ​ວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໃຫ້​ໝັ້ນ​ຄົງ​​ຂະ​ໜົງ​ແກນ​ໄປ​ຊົ່ວ​ກາ​ລະ​ນານ

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ສິງຫາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີບົດກ່າວປາໄສສຳຄັນໃນກອງປະຊຸມເທື່ອທີ 1, ສະພາແຫ່ງຊາດລາວ ຊຸດທີ IX. 
ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳປາໄສທີ່ກອງປະຊຸມສະພາແຫ່ງຊາດ ລາວ ໃນຕອນເຊົ້າວັນທີ 10 ສິງຫາ (ພາບ: VOV)

ນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ສາຍພົວພັນບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ສອງລັດ ໄດ້ກາຍເປັນສາຍພົວພັນທີ່ເປັນແບບຢ່າງ ແລະ ຫາຍາກໃນໂລກ ແລະ ສອງປະເທດ ຄວນຊຸກຍູ້ການຮ່ວມມືຢ່າງແຮງກວ່າອີກໃນໄລຍະຈະມາເຖິງ:
“ກ່ອນອື່ນໝົດ, ສືບທອດມູນເຊື້ອປະຕິວັດອັນສະຫງ່າອົງອາດ ແລະ ບັນດາຜົນງານແຫ່ງການຮ່ວມມືໃນໄລຍະຜ່ານມາ, ພວກເຮົາເຂົ້າໃຈວ່າ ເສົາຄ້ຳສາຍພົວພັນດ້ານການເມືອງ ຈະສືບຕໍ່ກຳນົດທິດສັງລວມສາຍພົວພັນແບບພິເສດ ຫວຽດນາມ - ລາວ ໃນໄລຍະຈະມາເຖິງ. ໂດຍສືບທອດມູນເຊື້ອປະຕິວັດອັນໝັ້ນຄົງ, ສາຍພົວພັນດ້ານການເມືອງຂອງສອງປະເທດ ຈະໄດ້ຮັບການເຍືອງທາງຊີ້ທິດຈາກແນວຄິດຂອງຜູ້ນຳຜູ້ຍິງໃຫຍ່ສອງທ່ານ ຄື ປະທານໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ, ນັ້ນແມ່ນການໝູນໃຊ້ລັດທິ ມາກ - ເລນິນເຂົ້າໃນສະພາບການຕົວຈິງຂອງແຕ່ລະປະເທດຢ່າງມີຫົວຄິດປະດິດສ້າງ, ມຸ່ງໄປເຖິງເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ກາຍເປັນປະເທດຮັ່ງມີເຂັ້ມແຂວງ, ປະຊາຊົນກິນອີ່ມນຸ່ງອຸ່ນ ແລະ ມີຄວາມຜາສຸກ. ປັດຈຸບັນ, ແນວຄິດຂອງຜູ້ນຳຍິ່ງໃຫຍ່ທີ່ແສນເຄົາລົບຮັກທັງສອງທ່ານຂອງພວກເຮົານັ້ນ ແມ່ນເຂັມຊີ້ທິດໃຫ້ສອງປະເທດພວກເຮົາ ຍາມໃດກໍຖະໜຸຖະໜອມ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນບໍລິສຸດຜຸດຜ່ອງ, ສະໜິດສະໜົມ ມີໜຶ່ງບໍ່ມີສອງໃນໂລກນີ້, ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ - ຍຸດທະສາດ, ເພື່ອພ້ອມກັນແບກຫາບພາລະກິດປະຫວັດສາດ ປົກປັກຮັກສາຜົນງານປະຕິວັດ, ສ້າງສາ ແລະ ພັດທະນາປະເທດຊາດ ມຸ່ງໄປສູ່ເປົ້າໝາຍສັງຄົມນິຍົມ, ຮັກສາສາຍພົວພັນແບບພິເສດ ລະຫວ່າງ ລາວ - ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.”

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມສະພາແຫ່ງຊາດລາວ ຊຸດທີ IX (ພາບ:VOV) 

ພາຍຫຼັງສິ້ນສຸດບົດກ່າວປາໄສຢູ່ຫໍສະພາແຫ່ງຊາດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມ ແລະ ເປັນປະທານພິທີເປີດສະຫຼອງ ແລະ ມອບຂອງຂວັນກິດຈະກຳກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ໃຫ້ແກ່ລາວ.  

ພິທີເປີດສະຫຼອງ ແລະ ມອບຂອງຂວັນກິດຈະກຳກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່ໃຫ້ແກ່ລາວ (ພາບ: VOV)

ກ່ອນໜ້ານັ້ນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄດ້ວາງພວງມາລາຢູ່ອະນຸສາວະລີອາໄລຫານັກຮົບນິລະນາມ. 

ໃນການພົບປະກັບທ່ານປະທານສະພາແຫ່ງຊາດລາວ ລາວ ໄຊສົມພອນ ພົມວິຫານ.  ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມສະໜັບສະໜູນຕໍ່ເລື່ອງສະພາແຫ່ງຊາດສອງປະເທດເພີ່ມທະວີການສົມທົບກັນຕິດຕາມກວດກາ ເພື່ອປະກອບສ່ວນເຂົ້າໃນການຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆເຊິ່ງສອງຝ່າຍໄດ້ລົງນາມກັນຢ່າງມີປະສິດທິຜົນ; ເພີ່ມທະວີ, ແບ່ງປັນປະສົບການ, ໂດຍສະເພາະແມ່ນການສ້າງລະບອບລະບຽບການ, ລະບົບກົດໝາຍໃຫ້ສົມບູນແບບ ແລະ ຕິດຕາມກວດກາການເຄື່ອນໄຫວຂອງບັນດາອົງການແຫ່ງລັດຢ່າງເຂັ້ມງວດ; ຈັດຕັ້ງການແລກ່ປຽນບົດຮຽນ, ປະສົບການ, ກອງປະຊຸມ, ກອງປະຊຸມສຳມະນາຕາມຫົວເລື່ອງສະເພາະ ດ້ວຍຮູບການຕ່າງໆຢ່າງມີໄຫວພິບ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ; ສົມທົບກັນຢ່າງກົມກຽວ ແລະ ມີປະສິດທິຜົນໃນບັນດາບັນຫາພາກພື້ນ ແລະ ສາກົນ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)

       

 

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top