ຂ່າວສານ
ຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ
ຕອນບ່າຍວັນທີ 27 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ແລະ ຄະນະຜູ້ແທນ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV 12) ຄັ້ງທີ 12 ແລະ ກອງປະຊຸມສຸດຍອດຍຸດທະສາດການຮ່ວມມື ເສດຖະກິດ ອິຣະວະດີ-ເຈົ້າພະຍາ-ແມ່ນໍ້າຂອງ (ACMECS 11).
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ທັງສອງຝ່າຍສົ່ງເສີມການຕິດພັນຍຸດທະສາດໃນທຸກຂົງເຂດ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ ແລະ ກະກຽມໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືໃນປີ 2027. ໃນນັ້ນ, ສືບຕໍ່ຮັກສາວຽກງານແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ; ສ້າງບາດກ້າວບຸກທະລຸໃໝ່ໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ແລະ ການລົງທຶນ; ຍູ້ແຮງການຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ພື້ື້ນຖານໂຄງລ່າງ, ຄົມມະນາຄົມ, ພະລັງງານຈຸດສຸມ; ເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ກໍ່ສ້າງ... ພ້ອມກັນນັ້ນ, ກໍ່ສົມທົບກັນຈັດປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2027 ໃຫ້ເປັນຢ່າງດີ, ເພີ່ມທະວີການປະສານສົມທົບຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເສີມຂະຫຍາຍການຮ່ວມມືລະຫວ່າງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ໃຫ້ມີປະສິດທິຜົນ.
ສ່ວນທ່ານນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຢືນຢັນວ່າ ລັດຖະບານ ລາວ ຈະສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ຊຸກຍູ້ບັນດາໂຄງການຈຸດສຸມ ແລະ ສ້າງການຫັນປ່ຽນໃໝ່ໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.
ຕອນຄ່ຳວັນດຽວກັນ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ພົບປະສົນທະນາກັບ ທ່ານນາຍົກລັດຖະມົນຕີລາວ ສະເຫຼີມໄຊ ກົມມະສິດ.






