• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອດຈຸດເວລາເໝາະສົມເພື່ອປະຕິບັດການປະຕິວັດສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດ

ບັນຫາປ່ຽນແປງໃຫມ່, ສັບຊ້ອນກົງຈັກການຈັດຕັ້ງ ຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວມີປະສິດທິພາບ, ປະສິດທິຜົນ ແມ່ນຫນ້າທີ່ສຳຄັນພິເສດຂອງ ພັກ,ລັດ. ການສະຫລຸບຂອງກອງປະຊຸມສູນກາງພັກຊຸດທີ XIII ໃນວັນທີ 25 ພະຈິກ ຜ່ານມາ ແລະບັນດາບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ໂຕເລີມ ໃນໄລຍະມໍ່ໆມານີ້ ໄດ້ກຳນົດຢ່າງຈະແຈ້ງວ່າ ນີ້ແມ່ນການປະຕິວັດ, ຕ້ອງເປັນເອກະພາບຢ່າງສູງກ່ຽວກັບຄວາມຮັບຮູ້ ແລະການກະທຳຂອງທົ່ວພັກ ແລະທົ່ວລະບົບການເມືອງ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມສູນກາງພັກຊຸດທີ XIII ໃນວັນທີ 25 ພະຈິກ. (ພາບ:VOV)

ໃນໄລຍະເກືອບ  20ປີຜ່ານມາ,  ການສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດ ແລະວຽກງານປັບປຸງການຈັດຕັ້ງພະນັກງານ ຢູ່ ຫວຽດນາມ ບັນລຸໄດ້ຫລາຍໝາກຜົນທີ່ແນ່ນອນ ເປັນຕົ້ນແຕ່ປີ 2017 ເມື່ອມີ ມະຕິເລກmທີ 18 ຂອງສູນກາງພັກຄັ້ງທີ 6 ຊຸດທີ XII ກ່ຽວກັບບາງບັນຫາສືບຕໍ່ປ່ຽນແປງໃຫມ່, ສັບຊ້ອນ ກົງຈັກການຈັດຕັ້ງ ຂອງລະບົບການເມືອງໃຫ້ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ.

ຮອດຈຸດເວລາເໝາະສົມແລ້ວ

ກ່າວຄຳເຫັນອັດກອງປະຊຸມຄະນະບໍລິຫານງານສູນກາງພັກຊຸດທີ XIII (ວັນທີ 25 ພະຈິກ), ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງ ສູນກາງມີຄວາມເປັນເອກະພາບສູງກ່ຽວກັບຄວາມຮັບຮູ້, ຄວາມຕັດສິນໃຈໃນການປະຕິບັດແຜນນະໂຍບາຍສະຫລຸບມະຕິເລກທີ 18/ ປີ 2017 ຂອງຄະນະບໍລິຫານງານສູນກາງພັກຊຸດທີ XII.

ຕາມແຜນນະໂຍບາຍຂອງພັກ,ໃນວິວັດການຫັນປ່ຽນຈາການຄຸ້ມຄອງລັດ ມາເປັນການຄຸ້ມຄອງແຫ່ງຊາດ, ລັດ ມີບົດບາດເປັນເສົາຄ້ຳ, ເປັນແກ່ນສານ, ຄຽງຂ້າງນັ້ນແມ່ນບົດບາດຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ອົງການຈັດຕັ້ງສັງຄົມ, ສັງຄົມອາຊີບ ແລະ ວິສາຫະກິດ. ເພື່ອເສີມຂະຫຍາຍການລວມລວມບັນດາແຫລ່ງກຳລັງສຸມໃສ່ໃຫ້ແກ່ການພັດທະນາປະເທດຊາດ, ເລື່ອງສ້າງການຈັດຕັ້ງກົງຈັກຂອງທັງລະບົບການເມືອງໃຫ້ກະທັດລັດໃນຈຸດເວລານີ້ ແມ່ນມີຄວາມຈຳເປັນ ແລະ ແມ່ນຈຸດເວລາເໝາະສົມ.

ການສ້າງ ກົງຈັກການຈັດຕັ້ງໃຫ້ກະທັດລັດຊື່ງໄດ້ດຳເນີນໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ດ້ວຍການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຢ່າງແຮງ ແລະ ການພັດທະນາຂອງເຕັກໂນໂລຊີ, ປັນຍາປະດິດ.. ນີ້ແມ່ນເງື່ອນໄຂສະດວກເພື່ອຫັນເປັນທັນສະໄຫມ ແລະ ຍົກສູງລັກສະນະເປັນມືອາຊີບຂອງລະບົບລັດຖະການ, ຍົກສູງປະສິດທິພາບ, ປະສິດທິຜົນຂອງບັນດາອົງການຈັດຕັ້ງໃນການຮັບໃຊ້ປະຊາຊົນ, ການພັດທະນາປະເທດຊາດ.

ການປະຕິວັດສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດຊື່ງໄດ້ຜັນຂະຫຍາຍໃນປີຫນ້າ, ປີ 2025 ກອງປະຊຸມໃຫຍ່ພັກທຸກຂັ້ນ ຈະໄດ້ຈັດຕັ້ງ.   ຖ້າຫາກການປະຕິວັດນີ້ໄດ້ຮັບການປະຕິບັດຢ່າງວ່ອງໄວ, ກະທັດລັດ, ວິທະຍາສາດ ແລະມີປະສິດທິຜົນ ຈະຮັບໃຊ້ໃຫ້ກອງປະຊຸມໃຫຍ່ຂອງພັກທຸກຂັ້ນໃນໄລຍະຈະມາເຖິງເປັນຢ່າງດີ. ເລື່ອງຄັດເລືອກບຸກຄະລາກອນເຂົ້າຮ່ວມການຈັດຕັ້ງຄະນະພັກ ຈະຮັບປະກັນສະຖຽນລະພາບ, ລັກສະນະຍືນຍົງໃນໄລຍະຍາວ, ຫນ້ອຍສຸດແມ່ນ ອາຍຸການຫນຶ່ງ.

ກອງປະຊຸມສູນກາງພັກ ຊຸດທີ XIII ລົງວັນທີ 25 ພະຈິກ. (ພາບ: TTXVN)

ການປະຕິບັດກ່ຽວກັບການສ້າງກົງຈັດລັດໃຫ້ກະທັດລັດ

ການສ້າງ ກົງຈັກການຈັດຕັ້ງໃຫ້ກະທັດລັດ ບໍ່ພຽງແຕ່ແມ່ນການສະຫລຸບເທົ່ານັ້ນ ຫາກຍັງສືບຕໍ່ປະຕິບັດການສ້າງ ກົງຈັກການຈັດຕັ້ງຂອງທັງລະບົບການເມືອງໃຫ້ກະທັດລັດຕາມ ມະຕິເລກທີ 18. ໃນການຊີ້ນຳ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮຽກຮ້ອງຕ້ອງເປັນເອກະພາບກ່ຽວກັບດ້ານແນວຄິດ, ດ້ວຍຄວາມຕັດສິນໃຈດ້ານການເມືອງສູງ, ການກະທຳຢ່າງຂ້ຽວຂາດ; ຕ້ອງສາມັກຄີ, ເປັນເອກະພາບ, ກ້າຫານ, ເສຍສະຫລະເພື່ອຜົນປະໂຫຍດລວມຂອງປະເທດຊາດ.

ທ່ານ ເຈີນແອງຕວັນ, ປະທານ ສະຫະສະມາຄົມວິທະຍາສາດການບໍລິຫານ ຫວຽດນາມ ໃຫ້ຂໍ້ສັງເກດວ່າ:

“ສູນກາງໄດ້ສ້າງຄະນະຊີ້ນຳກ່ຽວກັບການສະຫລຸບ,ການຕີລາຄາ ເລື່ອງປະຕິບັດມະຕິເລກທີ 18; ລັດຖະບານ, ສະພາແຫ່ງຊາດ ກໍ່ລ້ວນແຕ່ໄດ້ສ້າງບັນດາຄະນະຊີ້ນຳ. ນີ້ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດກ່ຽວກັບຄວາມຮັບຮູ້, ແນວຄວາມຄິດຕະຫລອດຮອດບັນດາການຊີ້ນຳ, ຮັບປະກັນລັກສະນະການກະທຳຢ່າງຂ້ຽວຂາດ, ບໍ່ແກ່ຍາວເວລາ, ຮັບໃຊ້ໃຫ້ຄວາມຮຽກຮ້ອງຕ້ອງການການພັດທະນາຂອງປະເທດຊາດໃນໄລຍະປະຈຸບັນ”

ການປະຕິວັດສ້າງ ກົງຈັກການຈັດຕັ້ງໃຫ້ກະທັດລັດ ແມ່ນສວມບົດບາດສຳຄັນ, ສ້າງພື້ນຖານໃຫ້ແກ່ໄລຍະພັດທະນາໃຫມ່, ມຸ່ງໄປເຖິງບັນດາເປົ້າໝາຍພັດທະນາໃຫຍ່ກວ່າຂອງຫວຽດນາມ.

ການສັບຊ້ອນ ກົງຈັກການຈັດຕັ້ງຄັ້ງນີ້ ແມ່ນຄວາມຮັບຮູ້ຢ່າງຄົບຖ້ວນ, ພາວະວິໄສຕາມການກຳນົດພັດທະນາລວມຂອງສັງຄົມ, ຈະເປີດຫນ້າປະຫວັດສາດໃຫມ່ໃຫ້ແກ່ການບໍລິຫານແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top