• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ​ຫວຽດ​ນາມ ເຈືອງຮ​ວ່າ​ບິ່ງ ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ຢູ່ແຂວງ ລອງ​ອານ

ໃນຂອບເຂດການເຄື່ອນໄຫວຢ້ຽມຢາມລົງພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ວັນທີ 3 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ 2 ເມືອງ ຄື ເມືອງ ດຶກຮວ່າ ແລະ ດຶກເຫ້ວແຂວງລອງອານ.

ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ທີ່ບັນດາການພົບປະ, ບັນດາຜູ້ມີສິດເລືອກຕັ້ງກໍໄດ້ຍົກບັນດາຄຳຄິດເຫັນ, ຂໍ້ສະເໜີແນະທີ່ກ່ຽວຂ້ອງເຖິງບັນດາບັນຫາການເມືອງ, ເສດຖະກິດສັງຄົມຂອງທົ່ວປະເທດເວົ້າລວມ ແລະ ແຂວງລອງອານ ເວົ້າສະເພາະ. ກ່າວຄຳເຫັນກັບຜູ້ມີສິດເລືອກຕັ້ງ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ແຈ້ງໃຫ້ຊາບ ບາງໝາກຜົນໃນບັນດາຂົງເຂດຂອງປະເທດໃນ 9 ເດືອນ 2020 ທີ່ຜ່ານມາ; ຮັບຮູ້ບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ໃຫ້ຮູ້ວ່າ ຈະສົ່ງໃຫ້ແກ່ບັນດາສຳນັກງານ, ບັນດາອົງການວິຊາການພິຈາລະນາ, ແກ້ໄຂ. ບາງຄຳເຫັນທີ່ເໝາະສົມຈະຖືກສົ່ງເຖິງສະພາແຫ່ງຊາດໃນກອງປະຊຸມທີ່ຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top