• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານສະພາແຫ່ງຊາດອວງຈູລຶວລົງຢ້ຽມຢາມແລະເຮັດວຽກກັບບາງຫົວໜ່ວຍຂອງກົມໃຫຍ່ 8, ກະຊວງຕຳຫຼວດ

ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ຖືວ່າ ຂໍ້ກຳນົດຂອງການອະໄພຍະໂທດຕ້ອງສະແດງໃຫ້ເຫັນໄດ້ເຖິງນະໂຍບາຍຂອງພັກ, ລັດ ກ່ຽວກັບການອະໄພໂທດມະນຸດສະທຳຕໍ່ນັກໂທດ, ສົ່ງເສີມຜູ້ຖືກກັກຂັງ ຈົ່ງຕັ້ງໃຈຝຶກຝົນຫຼໍ່ຫຼອມ ແລະ ປັບຕົວໃຫ້ເປັນຢ່າງດີ ເພື່ອສາມາດກັບຄືນສູ່ສັງຄົມໂດຍໄວ ແລະສູ້ຊົນໃຫ້ກາຍເປັນຄົນທີ່ມີປະໂຫຍດຕໍ່ສັງຄົມ.


ທ່ານອວງຈູລຶວລົງຢ້ຽມຢາມຄ້າຍກັກຂັງນິງແຄ໋ງແຂວງນິງບິງ, ຫວຽດນາມ

(ພາບ: ນິງດຶກເຟືອງ/ TTXVN)

ວັນທີ 9 ເມສາ, ທີ່ແຂວງນິງບິງຂອງຫວຽດນາມ, ຄະນະປະຕິບັດງານຂອງສະພາແຫ່ງຊາດ ໂດຍທ່ານອວງຈູລຶວ ຮອງປະທານສະພາແຫ່ງຊາດຫວຽດນາມເປັນຫົວໜ້າຄະນະ, ໄດ້ລົງຢ້ຽມຢາມ ແລະເຮັດວຽກກ່ຽວກັບວຽກງານດໍາເນີນຄະດີອາຍາ ແລະ ວຽກງານອະໄພຍະໂທດຢູ່ກຸ່ມຄ້າຍກັກຂັງ, ພື້ນຖານການສຶກສາແບບບັງຄັບ, ໂຮງຮຽນດັດສ້າງເລກ 3, ກົມໃຫຍ່ 8 ສັງກັດກະຊວງຕຳຫຼວດ. ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ເນັ້ນໜັກເຖິງຄວາມຈຳເປັນຂອງການສ້າງກົດໝາຍອະໄພຍະໂທດ, ກົດໝາຍດຳເນີນຄະດີອາຍາ (ສະບັບປັບປຸງ) ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ສະເໜີໃຫ້ກະຊວງຕຳຫຼວດຄວນເອົາໃຈໃສ່ເຂົ້າໃນການຈັດວາງແຫຼ່ງທຶນຮອນເພື່ອລົງທຶນ, ກໍ່ສ້າງບັນດາສະຖານທີ່ກັກຂັງ, ຮັບປະກັນເງື່ອນໄຂດຳລົງຊີວິດ, ການດັດສ້າງ, ການສຶກສາບໍາລຸງສ້າງໃຫ້ນັກໂທດຕາມການກຳນົດຂອງກົດໝາຍໃຫ້ເປັນຢ່າງດີ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ຖືວ່າ ຂໍ້ກຳນົດຂອງການອະໄພຍະໂທດຕ້ອງສະແດງໃຫ້ເຫັນໄດ້ເຖິງນະໂຍບາຍຂອງພັກ, ລັດ ກ່ຽວກັບການອະໄພໂທດມະນຸດສະທຳຕໍ່ນັກໂທດ, ສົ່ງເສີມຜູ້ຖືກກັກຂັງ ຈົ່ງຕັ້ງໃຈຝຶກຝົນຫຼໍ່ຫຼອມ ແລະ ປັບຕົວໃຫ້ເປັນຢ່າງດີ ເພື່ອສາມາດກັບຄືນສູ່ສັງຄົມໂດຍໄວ ແລະສູ້ຊົນໃຫ້ກາຍເປັນຄົນທີ່ມີປະໂຫຍດຕໍ່ສັງຄົມ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລຶວ ກໍສະເໜີໃຫ້ບັນດາອົງການກ່ຽວຂ້ອງ ສຶກສາຄົ້ນຄວ້າ, ເພີ່ມເຕີມເຂົ້າໃນບັນດາຂໍ້ກຳນົດຮ່າງກົດໝາຍຕ່າງໆ ໃຫ້ເໝາະສົມ, ຮັບປະກັນ, ເປີດເຜີຍ, ໂປ່ງໃສ, ຖືກຕາມຂັ້ນຕອນ ແລະ ລະບຽບການ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top