• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ພົບປະກັບປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້

ໃນຂອບເຂດການເຄື່ອນໄຫວຢ້ຽມຢາມລາວ, ວັນທີ 20 ມິຖຸນາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ມີການພົບປະກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້

ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ແລະ ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້

2 ຝ່າຍໄດ້ຕີລາຄາສູງບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນວິຊາຊີບ ແລະ ບັນດາອົງການຂອງສະພາແຫ່ງຊາດຂອງ 2 ປະເທດ ກໍຄືການສົມທົບກັນຢ່າງມີປະສິດທິຜົນໃນບັນດາການເຄື່ອນໄຫວພົວພັນສະພາແຫ່ງຊາດກັບສາກົນ, ພິເສດແມ່ນໃນບັນດາເວທີປາໄສລະດັບພາກພື້ນ ແລະ ສາກົນເຊັ່ນ : AIPA, IPU.

    ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ສະເໜີ 2 ຝ່າຍເພີ່ມທະວີການສົມທົບກັນໃນການສ້າງລະບົບກົດຫມາຍຂອງແຕ່ລະປະເທດໃຫ້ສົມບູນແບບ ກໍຄືໃນການຕິດຕາມກວດກາການປະຕິບັດກົດໝາຍ. ສ່ວນທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ເນັ້ນໜັກວ່າ ໃນສະພາບການໂລກ ແລະ ພາກພື້ນທີ່ມີການຜັນແປທີ່ສັບສົນຄືໃນປະຈຸບັນ,  ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຂອງ 2 ປະເທດຈົ່ງພ້ອມກັນ ຮັກສາ, ແລະ ເສີມຂະຫຍາຍສາຍພົວພັນທີ່ມີມາແຕ່ດົນນານ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນທຸກໆຂົງເຂດ.

    ໃນວັນດຽວກັນ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ໃຫ້ການຕ້ອນຮັບ ທ່ານນາງອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ.

(ແຫຼ່ງຄັດຈາກ VOV)

 

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top