• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີເວືອງດີ່ງເຫ້ວຕ້ອນຮັບຮອງປະທານຄະນະກຳມະການການຄ້າ EP

      ດຳເນີນໃນຕອນບ່າຍວັນທີ 5 ທັນວາ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ຕ້ອນຮັບ ທ່ານ Jan Zahradil ຮອງປະທານ ຄະນະກຳມະການການຄ້າ EP ທີ່ສຳນັກງານລັດຖະບານ

ທ່ານຮອງນາຍົກລັດຖະມົນຕີເວືອງດີ່ງເຫ້ວ ຕ້ອນຮັບຮອງປະທານຄະນະກຳມະການການຄ້າ EP
(ພາບ: TTXVN)
      ໃນການຕ້ອນຮັບ ທ່ານ Jan Zahradil ໃຫ້ຮູ້ວ່າ ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບກັບ ຫວຽດນາມ ຢູ່ ລັດຖະສະພາ ເອີລົບ (EP) ຈະລວມມີບົດບາດສຳຄັນໃນການຂົນຂວາຍ EP ຮັບຮອງເອົາ ສັນຍາການຄ້າເສລີ ລະຫວ່າງ ສະຫະພາບເອີລົບ (EU) ແລະ ຫວຽດນາມ (EVFTA) ໃນປີ 2018. ທັດສະນະຂອງກຸ່ມສະມາຊິກສະພາແຫ່ງຊາດ ແມ່ນຕ້ອງການໃຫ້ສຳເລັດຂອດກວດການິຕິກຳ ສັນຍາ EVFTA ເພື່ອຍື່ນສະເໜີຕໍ່ EP ແລະ ສະພາແຫ່ງຊາດ ຫວຽດນາມ ພິຈາລະນາ, ຮັບຮອງເອົາໂດຍໄວ.
        ເຫັນດີເຫັນພ້ອມກັບທ່ານ Jan Zahradil, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໃຫ້ຮູ້ວ່າ ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ພວມຕັ້ງໜ້າກວດກາຮ່າງສັນຍາ EVFTA ແລະ ສັນຍາປົກປ້ອງແກ່ການລົງທຶນ (IPA) ແລະ ຈະມີການສ່ອງແສງຄືນໃຫ້ EU ໂດຍໄວ. ທ່ານ ຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງບົດບາດປະກອບສ່ວນສຳຄັນຂອງ ຄະນະກຳມະການການຄ້າສາກົນ ຂອງ EP ສຳລັບວິວັດການຮ່ວມມືດ້ານເສດຖະກິດ - ການຄ້າ ລະຫວ່າງສອງຝ່າຍ ແລະ ເນັ້ນໜັກວ່າ ບັນດາຂໍ້ຕົກລົງເຊິ່ງ ຫວຽດນາມ ແລະ EU ບັນລຸໄດ້ຢູ່ EVFTA ຕ້ອງໄດ້ຮັບການເຄົາລົບ. ລັດຖະບານ ຫວຽດນາມ ປາດຖະໜາວ່າໄດ້ຮັບຕ້ອນ ກຸ່ມສະມາຊິກສະພະແຫ່ງຊາດມິດຕະພາບ ກັບ ຫວຽດນາມ ປະຈຳ EP ມາຢ້ຽມຢາມ, ຊອກຮູ້ກ່ຽວກັບປະເທດ ຫວຽດນາມ ໃນໄວໆນີ້.
 (ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top