• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບຜູ້ປະສານງານປະຈຳການ,ຫົວໜ້າຜູ້ຕາງໜ້າ UNDP ປະຈຳຫວຽດນາມ


(ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ບິ່ງ​ມິງ​ຕ້ອນ​ຮັບ
ຫົວ​ໜ້າ​ຜູ້​ຕາງ​ໜ້າ UNDP ປະ​ຈຳ​ຫວຽດ​ນາມ)
      ​​​ທີ່​ການ​ຕ້ອນ​ຮັບ​ຜູ້​ປະ​ສານ​ງານ​ປະ​ຈຳ​ການ, ຫົວ​ໜ້າ​ຜູ້​ຕາງ​ໜ້າ UNDP ປະ​ຈຳ​ຫວຽດ​ນາມ ທ່ານ Kamal Malhotra ຢ​ູ່​ສຳ​ນັກ​ງານ​ລັດ​ຖະ​ບານ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າ​ມ​ບິ່ງ​ມິງ ຢືນ​ຢັນ​ວ່າ, ​ຍາມ​ໃດສະ​ຫະ​ປະ​ຊ​າ​ຊາດ​ກໍ່​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທ​ດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປ​ັນຫຼາຍ​​ຮູບ​ຫຼາຍ​ແບບ ແລະ ຫຼາຍ​ຝ່າຍ, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາ​ກົນຂອງ​ຫວຽດ​ນາມ, ​ທ່ານ​ໄດ້ຂ​ອ​ບ​ໃ​ຈ​ສະ​ຫະ​ປະ​ຊາ​ຊາດ​ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ​ພ້ອນ​ກັບ​ຫວຽດ​ນາມ ໃນ​ຕະ​ຫຼອດ​ໄລ​ຍະ 40 ປີ​​ຜ່ານ​ມາ​ໃນ​ກິດ​ຈະ​ການສ້າງ​ສາ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໃຫ້​ຮູ້​ວ່າ, ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ​ສະ​ຫະ​ປະ​ຊາ​ຊາດ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົ​ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາ​ບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ, ຊຸກ​ຍູ້​ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໜ​ູນ​ຊ່ວຍ​ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີ​ຫວຽດ​ນາມ…
        ສ່ວນ​ທ່ານ Kamal Malhotra ຢືນ​ຢັນ​ວ່າ, ສະ​ຫະ​ປະ​ຊາ​ຊາດ ຈະ​ສົມ​ທົບ​ກັບ​ຫວຽດ​ນາມ ໃນ​ການ​ຈັດ​ຕັ້ງ​ບັນ​ດາ​ກາ​ນ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ປະ​ຊາ​ຊາດ (20/09/1977 – 20/09/2017) ຢ່າງ​ແໜ້ນ​ແຟ້ນ. ທ່ານ Kamal Malhotra ເນັ້ນ​ໜັກ​ວ່າ, ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ປະ​ຊາ​ຊາດ ແລະ ຫວຽດ​ນາມ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top