• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢ້ຽມຢາມ, ອວຍພອນບາງຮາກຖານການແພດ ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ 27 ກຸມພາ

ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ 27 ກຸມພາ, ວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໄປຢ້ຽມຢາມບາງຮາກຖານການແພດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19.

ເນື່ອງໃນໂອກາດວັນແພດໝໍ ຫວຽດນາມ 27 ກຸມພາ, ວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໄປຢ້ຽມຢາມບາງຮາກຖານການແພດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19.

    

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢ້ຽມຢາມໂຮງໝໍເຂດຮ້ອນສູນກາງເລກ 2. (ພາບ: TTXVN)

ເມື່ອໄປຢ້ຽມຢາມ ແລະ ອວຍພອນບັນດາແພດໝໍຢູ່ໂຮງໝໍເຂດຮ້ອນສູນກາງເລກ 2, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ແບ່ງປັນຄວາມຫຍຸ້ງຍາກລຳບາກຂອງຖັນແຖວແພດໝໍ, ພາລະກອນການແພດ ແລະ ພະນັກງານຂອງໂຮງໝໍ, ທ່ານກໍ່ສະແດງຄວາມປາດຖະໜາວ່າ ໂຮງໝໍຈະພັດທະນາການຄົ້ນຄວ້າເພື່ອປະກອບສ່ວນໃຫ້ແກ່ ຫວຽດນາມ ເປັນເຈົ້າການ, ກຽມພ້ອມປະເຊີນໜ້າກັບພະຍາດຕິດແປດໃໝ່, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວວ່າ:

“ຜ່ານການເກີດໂລກລະບາດໂຄວິດ-19, ພວກເຮົາຕ້ອງເພີ່ມທະວີກຳລັງຄວາມສາມາດ, ສ້າງລະບົບເພື່ອຕິດຕາມພະຍາດຕິດແປດຊະນິດຕ່າງໆ. ຂ້າພະເຈົ້າຫວັງວ່າ, ໃນໄລຍະຈະມາເຖິງນີ້ ບັນດາໂຮງໝໍເຂດຮ້ອນ ຕ້ອງກຽມພ້ອມຮັບມືກັບໂລກລະບາດຄືແນວນີ້. ໄປພ້ອມກັບການໜູນຊ່ວຍຂອງອົງການຈັດຕັ້ງສາກົນ ແລະ ບັນດາປະເທດນັ້ນ, ຕ້ອງສ້າງກຳລັງຄວາມສາມາດໃນການຕິດຕາມ, ເຝົ້າລະວັງ ແລະ ກຽມພ້ອມຮັບມືກັບໂລກລະບາດຊະນິດຕ່າງໆ”.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top