• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົດ​ສະ​ຕາ​ລີ ແລະ ຈີນ ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ກ່ຽວ​ກັບ​ເຂົ້າ​ບ​າ​ເລ​ນຳ​ເຂົ້າ

ກະຊວງການຄ້າ ຈີນ ໃຫ້ຮູ້ວ່າ ຈະຍົກເລີກພາສີຕ້ານການຂາຍບຸບລາຄາ ແລະ ພາສີຕ້ານການໜູນຊ່ວຍສຳລັບເຂົ້າບາເລນໍາເຂົ້າຈາກ ອົດສະຕາລີ ນັບແຕ່ວັນທີ 4 ສິງຫາ ເປັນຕົ້ນໄປ.
  ທົ່ງເຂົ້າບາເລແຫ່ງໜຶ່ງຢູ່ ອົດສະຕາລີ (ພາບເອກະສານ: William West/AFP/Getty Images)  

ວັນທີ 4 ສິງຫາ, ອົດສະຕາລີ ໄດ້ແຈ້ງໃຫ້ຊາບວ່າ ຈະຍົກເລີກການຮ້ອງຟ້ອງ ຈີນ ຢູ່ອົງການການຄ້າໂລກ (WTO), ພາຍຫຼັງທີ່ ປັກກິ່ງ ຍົກເລີກການຈັດວາງອັດຕາພາສີສຳລັບເຂົ້າບາເລນຳເຂົ້າຈາກ ອົດສະຕາລີ. ລະອຽດ, ກະຊວງການຄ້າ ຈີນ ໃຫ້ຮູ້ວ່າ  ຈະຍົກເລີກພາສີຕ້ານການຂາຍບຸບລາຄາ ແລະ ພາສີຕ້ານການໜູນຊ່ວຍສຳລັບເຂົ້າບາເລນໍາເຂົ້າຈາກ ອົດສະຕາລີ ນັບແຕ່ວັນທີ 4 ສິງຫາ ເປັນຕົ້ນໄປ. ອົງການນີ້ ເນັ້ນໜັກວ່າ ການຮັກສາບັນດາອັດຕາພາສີສຳລັບເຂົ້າບາເລຂອງ ອົດສະຕາລີ ແມ່ນບໍ່ຈຳເປັນ ຍ້ອນບັນດາການປ່ຽນແປງຂອງຕະຫຼາດເຂົ້າບາເລ ຈີນ. ໃນຖະແຫຼງການໜຶ່ງ, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ເນັ້ນໜັກວ່າ Canberra ຊົມເຊີຍການກະທຳດັ່ງກ່າວຂອງ ປັກກິ່ງ, ເຊິ່ງຈະເປີດທາງໃຫ້ແກ່ບັນດາບໍລິສັດສົ່ງອອກເຂົ້າບາເລຂອງປະເທດນີ້ແຊກຊຶມເຂົ້າຕະຫຼາດ ຈີນ ຄືນໃໝ່, ນຳມາເຊິ່ງຜົນປະໂຫຍດໃຫ້ບັນດາບໍລິສັດຜະລິດ ອົດສະຕາລີ ແລະ ຜູ້ບໍລິໂພກ ຈີນ.  

ເດືອນ ພຶດສະພາ 2020, ຈີນ ໄດ້ຈັດວາງອັດຕາພາສີສຳລັບຫຼາຍປະເພດສິນຄ້ານຳເຂົ້າຕົ້ນຕໍຈາກ ອົດສະຕາລີ, ເປັນຕົ້ນແມ່ນ ເຂົ້າບາເລ, ຊີ້ນງົວ ແລະ ເຫຼົ້າວາຍ, ໃນນັ້ນ ສະເພາະເຂົ້າບາເລ ແມ່ນ 80%.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top