• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງ​ການ​ກວດ​ສອບ​ບັດ​ຊີ​ແຫ່ງ​ລັດ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ ASEANSAI ຄັ້ງ​ທີ 6

ທີ່ກອງປະຊຸມ, ທ່ານນາງ ຮ່າທິມີຢຸງ ຢັ້ງຢືນວ່າ ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະ ສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ໃນບັນດາການເຄື່ອນໄຫວຮັດແໜ້ນການພົວພັນລະຫວ່າງບັນດາສະມາຊິກ, ປະກອບສ່ວນປະຕິບັດຢ່າງມີໄຊ ບັນດາເປົ້າໝາຍ ທີ່ໄດ້ຍົກອອກມາຢູ່ປະຊາຄົມ ASEANSAI.
ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງ ຮ່າມິມີຢຸງ ຮອງຫົວໜ້າອົງການກວດສອບບັນຊີແຫ່ງລັດ ນຳໜ້າເຂົ້າຮ່ວມກອງປະຊຸມ (ພາບ: qdnd.vn)

ໃນລະຫວ່າງວັນທີ 28 – 29 ກໍລະກົດປີ 2021 ຄະນະຜູ້ແທນອົງການກວດສອງບັນຊີແຫ່ງລັດ ຫວຽດນາມ, ໂດຍທ່ານນາງ ຮ່າມິມີຢຸງ ຮອງຫົວໜ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງຄັ້ງທີ 6 ຂອງອົງການຈັດຕັ້ງ ບັນດາອົງການກວດສອບບັນຊີສູງສຸດ ອາຊີຕາເວັນອອກສ່ຽງໃຕ້ - ASEANSAI, ຕາມຮູບການທາງອອນລາຍ. ກອງປະຊຸມໂດຍ ອົງການກວດສອບບັນຊີແຫ່ງລັດ ມາເລເຊຍ  ເຊິ່ງເປັນປະທານ ASEANSAI ໃນໄລຍະ 2020 – 2021 ເປັນປະທານ.

ທີ່ກອງປະຊຸມ, ທ່ານນາງ ຮ່າທິມີຢຸງ ຢັ້ງຢືນວ່າ ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະ ສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ໃນບັນດາການເຄື່ອນໄຫວຮັດແໜ້ນການພົວພັນລະຫວ່າງບັນດາສະມາຊິກ, ປະກອບສ່ວນປະຕິບັດຢ່າງມີໄຊ ບັນດາເປົ້າໝາຍ ທີ່ໄດ້ຍົກອອກມາຢູ່ປະຊາຄົມ ASEANSAI.

ດ້ວຍຖານະເປັນປະທານຄະນະກຳມະການແຜນການຍຸດທະສາດ ASEANSAI, ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໄດ້ເປັນປະທານສະເໜີ ແລະ ປຶກສາຫາລືກ່ຽວກັບແຜນຮ່າງແຜນການຍຸດທະສາດ ASEANSAI 2022 – 2025, ແຜນການເຄື່ອນໄຫວໄລຍະ 2022 – 2023 ຂອງ ຄະນະກຳມະການແຜນການຍຸດທະສາດ. ທຽບໃສ່ກັບແຜນການຍຸດທະສາດຂອງໄລຍະ 2018 – 2021, ແຜນການຍຸດທະສາດ ASEANSAI 2022 – 2025 ໄດ້ເພີ່ມເຕີ່ມວິໄສທັດ, ພາລະກຳ, ມູນຄ່າຫຼັກ ຂອງບັນດາເນື້ອໃນກ່ຽວກັບລັກສະນະເປັນມືອາຊີບ, ການປ່ຽນແປງໃໝ່, ມີປະຕິກິລິຍາໂດຍໄວ ໃນສະພາບການເຄື່ອນໄຫວທີ່ຂະຫຍັນຂັນເຄື່ອນ ແລະ ຂາດສະຖຽນລະພາບຄືໃນປັດຈຸບັນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top