• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຕາ​ລີ​ ສ້າງ​ລັດ​ຖະ​ບານ​ຊຸດ​ໃໝ່

ກ່ອນໜ້ານັ້ນ,  ທ່ານ Sergio Mattarella ໄດ້ສະເໜີໃຫ້ທ່ານ Mario Draghi ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ ອີຕາລີ ພາຍຫຼັງການໂຕ້ຖຽງກັນລະຫວ່າງບັນດາພັກການເມືອງຢູ່ປະເທດນີ້ ເຮັດໃຫ້ລັດຖະບານຊຸດກ່ອນຕ້ອງລາອອກຈາກຕຳແໜ່ງ.
ທ່ານ Mario Draghi ນາຍົກລັດຖະມົນຕີ ອີຕາລີ ຄົນໃໝ່ (ພາບ: AFP/TTXVN)

ວັນທີ 12 ກຸມພາ, ທ່ານ Mario Draghi ອະດີດປະທານທະນາຄານສູນກາງເອີລົບ (ECB) ໄດ້ຢັ້ງຢືນວ່າ ທ່ານພ້ອມແລ້ວທີ່ຈະສ້າງລັດຖະບານຊຸດຕໍ່ໄປຂອງ ອີຕາລີ. ກ່າວຄຳເຫັນທີ່ການຖະແຫຼງຂ່າວ ພາຍຫຼັງການພົບປະກັບທ່ານ ປະທານາທິບໍດີ ອີຕາລີ Sergio Mattarella, ທ່ານ Mario Draghi ໄດ້ແນະນຳບັນຊີລາຍຊື່ຄະນະລັດຖະບານລວມມີ ລັດຖະມົນຕີ 23 ທ່ານ.

ກ່ອນໜ້ານັ້ນ,  ທ່ານ Sergio Mattarella ໄດ້ສະເໜີໃຫ້ທ່ານ Mario Draghi ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ ອີຕາລີ ພາຍຫຼັງການໂຕ້ຖຽງກັນລະຫວ່າງບັນດາພັກການເມືອງຢູ່ປະເທດນີ້ ເຮັດໃຫ້ລັດຖະບານຊຸດກ່ອນຕ້ອງລາອອກຈາກຕຳແໜ່ງ. ພ້ອມທັງມອບໜ້າທີ່ໃຫ້ແກ່ທ່ານ Mario Draghi ວ່າ ຕ້ອງແກ້ໄຂວິກິດການດ້ານສາທາລະນະສຸກ ໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ ກໍ່ຄືສະພາບການເສດຖະກິດຊຸດໂຊມ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມເວທີປາໄສວິທະຍາສາດເຕັກໂນໂລຊີ ຫວຽດນາມ - ສະຫະພັນ ລັດເຊຍ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສະຫະພັນລັດເຊຍ, ຕອນເຊົ້າວັນທີ (ຕາມເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ມົດສະກູ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ-ລັດເຊຍ ດ້ວຍຫົວຂໍ້ “ການເຊື່ອມຕໍ່ເຕັກໂນໂລຊີຍຸດທະສາດ”.

Top