• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢູ ເຫັນດີສະໜອງບ້ວງເງິນໜູນຊ່ວຍດ້ານການທະຫານທີ 7 ໃຫ້ຢູແກຼນ

ມາຮອດປະຈຸບັນ, ອີຢູ ໄດ້ໜູນຊ່ວຍເງິນໃຫ້ ຢູແກຼນ ເກືອບ 60 ຕື້ເອີໂລ, ໃນນັ້ນເກືອບ 12 ຕື້ເອີໂລ ແມ່ນໜູນຊ່ວຍດ້ານການທະຫານ ແລະ 18 ຕື້ເອີໂລ ແມ່ນຊ່ວຍລັດຖະບານປະເທດນີ້ບໍລິຫານປະເທດ ໃນປີນີ້.
ລົດຖັງຂອງເຢຍລະມັນ (ພາບປະກອບ: Getty Images/Defense News)
ວັນທີ 02 ກຸມພາ, ສະຫະພາບເອີລົບ ໄດ້ເຫັນດີສະໜອງບ້ວງເງິນໜູນຊ່ວຍດ້ານການທະຫານທີ 7 ມີມູນຄ່າ 500 ລ້ານເອີໂລ ໃຫ້ ຢູແກຼນ, ພ້ອມກັບ 45 ລ້ານເອີໂລ ໃຫ້ແກ່ການເຄື່ອນໄຫວບຳລຸງສ້າງຄະນະຜູ້ແທນດ້ານການທະຫານຂອງສະຫະພາບເອີລົບ (ອີຢູ) ຢູ່ ຢູແກຼນ (EUMAM Ukraine). ແຈ້ງການດັ່ງກ່າວໂດຍທ່ານ Josep Borrell, ຜູ້ຕາງໜ້າຂັ້ນສູງ ອີຢູ ຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ຍົກອອກມາ ໃນຂອບເຂດການໄປຢ້ຽມຢາມ ຢູແກຼນ ພ້ອມກັບບັນດາເຈົ້າໜ້າທີ່ຂັ້ນສູງອື່ນຂອງ ອີຢູ. ມາຮອດປະຈຸບັນ, ອີຢູ ໄດ້ໜູນຊ່ວຍເງິນໃຫ້ ຢູແກຼນ ເກືອບ 60 ຕື້ເອີໂລ, ໃນນັ້ນເກືອບ 12 ຕື້ເອີໂລ ແມ່ນໜູນຊ່ວຍດ້ານການທະຫານ ແລະ  18 ຕື້ເອີໂລ ແມ່ນຊ່ວຍລັດຖະບານປະເທດນີ້ບໍລິຫານປະເທດ ໃນປີນີ້. ໃນວັນດຽວກັນ, ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ (ອີຊີ) ໃຫ້ຮູ້ວ່າ: ອີຢູ ມີແຜນຈັດວາງບັນດາມາດຕະການລົງໂທດໃໝ່ຕໍ່ ລັດເຊຍ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ຖະ​ແຫຼງ​ຂ່າວ​ໃຫ້​ສື່ມວນ​ຊົນ​ລາວ ກ່ຽວ​ກັບ​ບັນ​ດາ​ບຸກ​ທະ​ລຸ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະວາງແຜນກຳນົດບັນດາລັດຖະນະໂຍບາຍຍຸດທະສາດຍາວນານ, ຫັນຄວາມຄາດຫວັງກໍ່ສ້າງຫວຽດນາມຈະເລີນຮຸ່ງເຮືອງ, ມີຄວາມຜາສຸກໃຫ້ປະກົດຜົນເປັນຈິງ, ກ້າວຂຶ້ນສູ່ສັງຄົມນິຍົມ.

Top