• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີຢູ ເນັ້ນໜັກວ່າ ຮອດເວລາແລ້ວໃນການລົງນາມ FPA ກັບ ຫວຽດນາມ

ຮອດເວລາແລ້ວທີ່ອີຢູ - ຫວຽດນາມ ຄວນລົງນາມສັນຍາລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ ກ່ຽວກັບການສ້າງຕັ້ງຂອບເຂດການເຂົ້າຮ່ວມຂອງຫວຽດນາມ ໃນບັນດາການເຄື່ອນໄຫວການຄຸ້ມຄອງວິກິດການຂອງອີຢູ (FPA).


 ທ່ານນາງ Federica Mogherini

(ພາບ:  Europost)


ໃນການໄປປະຕິບັດງານຢູ່ສິງກະໂປ ເພື່ອເຂົ້າຮ່ວມກອງປະຊຸມ Shangri-La ຄັ້ງທີ 18, ວັນທີ 01 ມິຖຸນາ, ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ປ້ອງກັນຄວາມສະຫງົບຂອງສະຫະພາບເອີລົບ (ອີຢູ), ທ່ານນາງ Federica Mogherini ໃຫ້ຮູ້ວ່າ, ຮອດເວລາແລ້ວທີ່ອີຢູ - ຫວຽດນາມ ຄວນລົງນາມສັນຍາລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ ກ່ຽວກັບການສ້າງຕັ້ງຂອບເຂດການເຂົ້າຮ່ວມຂອງຫວຽດນາມ ໃນບັນດາການເຄື່ອນໄຫວການຄຸ້ມຄອງວິກິດການຂອງອີຢູ (FPA). ນີ້ຈະແມ່ນຂໍ້ຕົກລົງສະບັບທີ 2 ໃນຂອບເຂດນະໂຍບາຍຄວາມສະຫງົບ ແລະ ປ້ອງກັນຊາດລວມຂອງອີຢູ (PSDC) ທີ່ໄດ້ລົງນາມກັບປະເທດອາຊີ ພາຍຫຼັງມີຂໍ້ຕົກລົງກັບສ.ເກົາຫຼີ. ຂໍ້ຕົກລົງຄ້າຍຄືກັນກໍ່ໄດ້ຮັບການລົງນາມລະຫວ່າງອີຢູ ກັບ ອົດສະຕາລີ ແລະ ນິວຊີແລນ. ໂດຍໄດ້ຮູ້ວ່າ, ຝ່າຍອີຢູ ໄດ້ຕົກລົງຈັດສົ່ງບັນດາທີ່ປຶກສາດ້ານການທະຫານຂອງອີຢູ ໄປຍັງອາຊີ, ເລີ່ມຕົ້ນແມ່ນຄະນະດ້ານການທະຫານອີຢູ ປະຈຳອາຊຽນ ຢູ່ຢາກາຕາ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top