• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນຍເຊຍ ຍົກລະດັບສັນຍານເຕືອນໄພດ້ານປ້ອງກັນສະຫງົບຂຶ້ນລະດັບສູງສຸດ

      ຕຳຫລວດ ອິນໂດເນເຊຍ ໃຫ້ຮູ້ວ່າ: ໄດ້ເກີດເຫດວາງລະເບີດຕື່ມ 1 ຄັ້ງໃນຕອນຄ່ຳວັນທີ 13 ພຶດສະພາ ຢູ່ເທດສະບານໃກ້ກັບນະຄອນ ຊູຣາບາຢາ ຂອງແຂວງ ຢາວາຕາເວັນອອກ, ແຫ່ງທີ່ກ່ອນນັ້ນ ໄດ້ເກີດບັນດາເຫດວາງລະເບີດສະຫຼະຊີບຢ່າງລຽນຕິດທີ່ແນໃສ່ໂບດ 3 ແຫ່ງ ດເຮັດໃຫ້ຢ່າງໜ້ອຍສຸດມີ 13 ຄົນເສຍຊີວິດ, ໃນນັ້ນ ມີທັງຜູ້ວາງລະເບີດ.
      ກ່ອນໜ້ານັ້ນ, ວັນທີ 13 ພຶດສະພາ, ທີ່ ຊູຣາບາຢາ, ນະຄອນໃຫຍ່ອັນດັບທີ 2 ຢູ່ອິນໂດເນເຊຍ, ໄດ້ເກີດເຫດວາງລະເບີດ 3 ຄັ້ງທີ່ແນໃສ່ໂບດ 3 ແຫ່ງຢ່າງລຽນຕິດ ເຮັດໃຫ້ຢ່າງໜ້ອຍສຸດມີ 13 ຄົນເສຍຊີວິດ ແລະ ນັບສິບໆຄົນຮັບບາດເຈັບ. ຫົວໜ້າຕຳຫລວດ ຈາກາກຕາ, ນາຍພົນ Idham Azis ໃຫ້ຮູ້ວ່າ: ບັນດາເຂດທັງໝົດທີ່ຢູ່ໃຕ້ສິດອຳນາດຂອງຕຳຫລວດ ຈາກາກຕາ ລ້ວນແຕ່ໄດ້ປະກາດສະພາບເຕືອນໄພສູງສຸດ ຈົນກ່ວາຈະເຖິງເວລາມີແຈ້ງການໃໝ່.
        ຕໍ່ໜ້າສະພາບການດັ່ງກ່າວ, ວັນທີ 13 ພຶດສະພາ, ທ່ານເລຂາທິຫານໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກ່າວປະນາມບັນດາເຫດບຸກໂຈມຕີກໍ່ການຮ້າຍທີ່ແນໃສ່ບັນດາຜູ້ພວມທຳພິທີກຳຢູ່ໂບດ 3 ແຫ່ງທີ່ແຂວງ ຊູຣາບາຢາ ປະເທດອິນໂດເນເຊຍ ທີ່ເກີດຂຶ້ນກ່ອນນັ້ນໃນວັນດຽວກັນ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top