• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິດ​ສະ​ຣາ​ແອັນ ຍູ້​ແຮງ​ບັ້ນ​ບຸກ​ໂຈມ​ຕີ​​ເຂດ Gaza; ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ຮັບ​ປະ​ກັນ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ

ແຫຼ່ງຂ່າວສາທາລະນະສຸກຂອງ ປາແລັດສະຕິນ ເຜີຍໃຫ້ຮູ້ວ່າ ຢັ້ງຢືນມີຜູ້ເສຍຊີວິດໃໝ່ ເກືອບ 300 ຄົນ ຕື່ມອີກ ແລະ ປະມານ 500 ຄົນຖືກຮັບບາດເຈັບ ໃນບັນດາການບຸກໂຈມຕີຄັ້ງຫຼ້າສຸດຂອງກອງທັບ ອິດສະຣາແອັນ.
ສະພາບການຢູ່ເຂດ Gaza ໃນວັນທີ 23/10/2023 ພາຍຫຼັງການບຸກໂຈມຕີທາງອາກາດ ຂອງ ອິດສະຣາແອັນ (ພາບ: AFP/TTXVN)

ວັນທີ 24 ຕຸລາ, ກອງທັບ ອິດສະຣາແອັນ ສືບຕໍ່ຍູ້ແຮງບັ້ນບຸກໂຈມຕີນັບທັງທາງອາກາດ ແລະ ນຳໃຊ້ປືນໃຫຍ່ແນໃສ່ບັນດາເປົ້າໝາຍຢູ່ເຂດ Gaza. ຕາມແຈ້ງການຂອງກອງທັບ ອິດສະຣາແອັນ ແລ້ວ, ມີຫຼາຍກວ່າ 400 ເປົ້າໝາຍຂອງຂະບວນການ ອິດສະລາມ Hamas ຢູ່ ເຂດ Gaza ຖືກມ້າງທຳລາຍໃນວັນດຽວກັນ. ໃນຂະນະນັ້ນ, ແຫຼ່ງຂ່າວສາທາລະນະສຸກຂອງ ປາແລັດສະຕິນ ເຜີຍໃຫ້ຮູ້ວ່າ  ຢັ້ງຢືນມີຜູ້ເສຍຊີວິດໃໝ່ ເກືອບ 300 ຄົນ ຕື່ມອີກ ແລະ ປະມານ 500 ຄົນຖືກຮັບບາດເຈັບ ໃນບັນດາການບຸກໂຈມຕີຄັ້ງຫຼ້າສຸດຂອງກອງທັບ ອິດສະຣາແອັນ.

ກ່ຽວກັບສະພາບການຊ່ວຍເຫຼືອມະນຸດສະທຳ, ອົງການ ສປຊ ກ່ຽວກັບການຊ່ວຍເຫຼືອຊາວລີ້ໄພ ປາແລັດສະຕິນ (UNRWA) ແລະ ອົງການອະນາໄມໂລກ (WHO) ໃນວັນທີ 24 ຕຸລາ ໄດ້ຮຽກຮ້ອງໃຫ້ຮັບປະກັນໃຫ້ລົດຂົນສົ່ງເຄື່ອງຊ່ວຍເຫຼືອເຂົ້າໄປເຂດ Gaza. ໂຄສົກຂອງ UNRWA ທ່ານ Tamara Alrifai ໃຫ້ຮູ້ວ່າ ໄລ່ມາຮອດປັດຈຸບັນ, ບັນດາລົດຂົນສົ່ງເຄື່ອງຊ່ວຍເຫຼືອເຂົ້າເຂດ Gaza ສາມາດຕອບສະໜອງຄວາມຕ້ອງການໂດຍຈຳເປັນຂອງປະຊາຊົນຢູ່ທີ່ນີ້ ໄດ້ພຽງເລກໜ້ອຍເທົ່ານັ້ນ. ພິເສດ, ເຊື້ອໄຟຍັງບໍ່ທັນໄດ້ຂົນສົ່ງໄປຍັງເຂດ Gaza ພ້ອມກັບເຄື່ອງຊ່ວຍເຫຼືອເທື່ອ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top