• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ຊອກ​ຫາ “ຂໍ້​ຕົກ​ລົງ​ຍຸ​ຕິ​ທຳ” ກ່ຽວ​ກັບ​ດ້ານ​ການ​ຄ້າ ກັບ ຈີນ

ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊີດຊູແງ່ຫວັງກ່ຽວກັບ “ຂໍ້ຕົກລົງຍຸຕິທຳ” ດ້ານການຄ້າ ກັບ ຈີນ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຄ່ຳເຫັນໃນການຖະແຫຼງຂ່າວ ຢູ່ທຳນຽບຂາວ (ພາບ: THX/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 23 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ຊີ້ແຈ້ງວ່າ ອາເມລິກາ ຈະມີຂໍ້ຕົກລົງຍຸຕິທຳ ກັບ ຈີນ. ເມື່ອຖືກຖາມວ່າ ວໍຊິງຕັນ ພວມມີການເຈລະຈາກັບ ປັກກິ່ງ ຫຼືບໍ?, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ທຸກວຽກງານພວມໄດ້ຮັບການຜັນຂະຫຍາຍ. ທ່ານປະທານາທິບໍດີ ກໍໃສ່ໃຈວ່າ ບໍ່ວ່າການຫຼຸດຜ່ອນພາສີໃດສຳລັບ ຈີນ ກໍຈະຂຶ້ນກັບການກະທຳຂອງວົງການການນຳ ຈີນ.

ແຕ່ວ່າ ໃນວັນດຽວກັນ ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Scott Bessent  ໃຫ້ຮູ້ວ່າ ສອງປະເທດຍັງບໍ່ທັນມີຂໍ້ຕົກລົງໃດກ່ຽວກັບພາສີ ອາເມລິກາ. ທ່ານ Scott Bessent  ໃຫ້ຮູ້ວ່າ ການສ້າງດຸນການຄ້າຄືນໃໝ່ ອາດຈະຕ້ອງເສຍເວລາແຕ່ 2 – 3 ປີ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top