• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ 2020: ເຫັນ​ດີ​ເປັນ​ເອ​ກະ​ພາບ​ສ້າງຂະ​ບວນວິ​ວັດ​ການ​ຟື້ນ​ຟູ​ໃຫ້​ແກ່​ອາ​ຊຽນ

ກອງປະຊຸມລະຫວ່າງຂະແໜງສ້າງຂອບການຟື້ນຟູສັງລວມອາຊຽນໄດ້ຈັດຂຶ້ນ ທາງອອນລາຍໃນວັນທີ 14 ກໍລະກົດ, ເພື່ອແນໃສ່ປະກອບຄຳເຫັນສ້າງເອກະສານຂອບຟື້ນຟູສັງລວມອາຊຽນ.

ທ່ານຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດເປັນເຈົ້າພາບຈັດຕັ້ງກອງປະຊຸມ ລະຫວ່າງຂະແໜ່ງ (ພາບ: Baoquocte) 

ແລກປ່ຽນທີ່ກອງປະຊຸມ, ເຈົ້າໜ້າທີ່ບັນດາປະເທດໄດ້ເຫັນດີເປັນເອກະພາບສ້າງຂະບວນວິວັດການຟື້ນຟູໃຫ້ແກ່ອາຊຽນໃນແຕ່ລະໄລຍະຢ່າງລະອຽດ ເພື່ອແນໃສ່ມຸ່ງໄປເຖິງບັນດາເປົ້າໝາຍທີ່ຍາວນານກ່ຽວກັບການຍົກສູງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງຄວາມສາມາດໃນການຮັບມື ແລະ ກຳລັງແກ້ງແຍ່ງຂອງອາຊຽນ.

ໂດຍເປັນປະທານກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະ SOM ອາຊຽນ -ຫວຽດນາມ, ໄດ້ກ່າວຄຳເຫັນຮຽກຮ້ອງໃຫ້ມີຄວາມມານະພະຍາຍາມສູງສຸດເພື່ອຊ່ວຍ ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ຜົນກະທົບຈາກໂລກລະບາດ Covid – 19. ໃນນັ້ນ, ບັນດາປະເທດຕ້ອງສົມທົບທາງດ້ານນະໂຍບາຍ ແລະມາດຕະການເພື່ອໜູນຊ່ວຍກຳລັງແຮງງານຮັບປະກັນວຽກເຮັດງານທຳ, ສຸມໃສ່ການໜູນຊ່ວຍແມ່ຍິງ ແລະ ຊາວໜຸ່ມ.

ຮ່າງຂອບການຟື້ນຟູສັງລວມອາຊຽນ ຈະສືບຕໍ່ໄດ້ຮັບການປັບປຸງໃຫ້ສົມບູນແບບໃນໄລຍະຈະມາເຖິງ ແລະ ຍື່ນສະເໜີຕໍ່ບັນດາການນຳອາຊຽນຮັບຮອງເອົາຢູ່ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 37 (ເດືອນ ພະຈິກ 2020).

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top