• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ສ.ເກົາຫຼີ ຈະຢຸດຕິບັນດາການຊ້ອມຮົບຮ່ວມຂອບຂະໜາດໃຫຍ່

      Foal Eagle ແມ່ນການຊ້ອມຮົບຮ່ວມທີ່ມີຂອບຂະໜາດໃຫຍ່ທີ່ສຸດລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ເຊິ່ງ ສປປ.ເກົາຫຼີ ໄດ້ກ່າວປະນາມວ່າ ແມ່ນການກະທໍາເພື່ອກະກຽມຮຸກຮານຕ້ານຄືນພຽງຢາງ.

ທະຫານ ອາເມລິກາ ແລະ ສ.ເກົາຫຼີ ເຂົ້າຮ່ວມການຊ້ອມຮົບ ຢູ່ Pocheon, ສ.ເກົາຫຼີ ໃນວັນທີ 26/4/2017 (ພາບ: FP/ TTXVN)
      ໃນວັນທີ 3 ມີນາ, ກະຊວງປ້ອງກັນປະເທດ ສ.ເກົາຫຼີ ຢັ້ງຢືນວ່າ ປະເທດນີີ້ ແລະ ອາເມລິກາ ຈະຢຸດຕິບັນດາການຊ້ອມຮົບຮ່ວມທີ່ມີຂອບຂະໜາດໃຫຍ່ປະຈໍາປີ. ກະຊວງປ້ອງກັນປະເທດ ສ.ເກົາຫຼີ ຊີ້ແຈ້ງວ່າ ທ່ານ Jeong Kyeong-doo ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລະ ຄູ່ຕໍາແໜ່ງອາເມລິກາ Pattrick Shanahan ໄດ້ມີການໂອ້ລົມຜ່ານທາງໂທລະສັບໃນວັນທີ 2 ມີນາ, ໃນນັ້ນ ໄດ້ປືກສາຫາລື ແລະ ເຫັນດີນໍາກັນຕໍ່ແຜນການທີ່ກ່ຽວຂ້ອງເຖິງການຊ້ອບຮົບ Key Resolve ເຊິ່ງແມ່ນການຊ້ອມຮົບບັນຊາການສົມມຸດຖານທາງຄອມພິວເຕີ ແລະ Foal Eagle ແມ່ນການຊ້ອມຮົບຮ່ວມທີ່ມີຂອບຂະໜາດໃຫຍ່ທີ່ສຸດລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ເຊິ່ງ ສປປ.ເກົາຫຼີ ໄດ້ກ່າວປະນາມວ່າ ແມ່ນການກະທໍາເພື່ອກະກຽມຮຸກຮານຕ້ານຄືນພຽງຢາງ.  ເພື່ອປ່ຽນແທນໃຫ້ການຊ້ອມຮົບນີ້, ສອງປະເທດຈະດໍາເນີນບັນດາການຝຶກແອບເຄື່ອນທີ່ນອກຕົວເມືອງ ເພື່ອດັດປັບ ແລະ ຝຶກແອບການບັນຊາການ ເພື່ອແນໃສ່ຮັກສາກໍາລັງຄວາມສາມາດກຽມພ້ອມສູ້ຮົບ.
        ຄໍາຕັດສິນດັ່ງກ່າວ ໄດ້ຍົກອອກມາພາຍຫຼັງ 2 – 3 ວັນ ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ການນໍາ ສປປ.ເກົາຫຼີ Kim Jong-un  ດໍາເນີນກອງປະຊຸມສຸດຍອດຄັ້ງທີສອງ ຢູ່ຮ່າໂນ້ຍ, ປະເທດຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top