• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ເນລະເທດເຈົ້າໜ້າທີ່ການທູດ ລັດເຊຍ 2 ທ່ານ

ໂຄສົກທ່ານໜຶ່ງຂອງກະຊວງນີ້ໄດ້ຊີ້ແຈ້ງວ່າ ເພື່ອໂຕ້ຕອບເລື່ອງ ສະຫະພັນ ລັດເຊຍ ເນລະເທດນັກການທູດ 2 ທ່ານຂອງ ສະຖານທູດ ອາເມລິກາ ປະຈຳ ມົດສະກູ.
ຄັນທຸງຂອງ ລັດເຊຍ ຢູ່ສະຖານກົງສູນໃຫຍ່ ລັດເຊຍ ປະຈຳ Manhattan, New York, ອາເມລິກາ (ພາບ: Reuters)

ວັນທີ 6 ຕຸລາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດເນລະເທດເຈົ້າໜ້າທີ່ສະຖານທູດ ລັດເຊຍ ປະຈຳ ວໍຊິງຕັນ 2 ທ່ານເພື່ອໂຕ້ຕອບເລື່ອງກ່ອນໜ້ານັ້ນ ລັດເຊຍ ກໍ່ໄດ້ເນລະເທດນັກການທູດ ອາເມລິກາ 2 ທ່ານອອກຈາກສະຖານທູດຂອງປະເທດນີ້ປະຈຳ ມົດສະກູ. ໂຄສົກທ່ານໜຶ່ງຂອງກະຊວງນີ້ໄດ້ຊີ້ແຈ້ງວ່າ ເພື່ອໂຕ້ຕອບເລື່ອງ ສະຫະພັນ ລັດເຊຍ ເນລະເທດນັກການທູດ 2 ທ່ານຂອງ ສະຖານທູດ ອາເມລິກາ ປະຈຳ ມົດສະກູ, ກະຊວງການຕ່າງປະເທດ ໄດ້ໂຕ້ຕອບຄືນດ້ວຍການປະກາດວ່າ ເຈົ້າໜ້າທີ່ 2 ທ່ານຂອງສະຖານທູດ ລັດເຊຍ ພວມເຄື່ອນໄຫວຢູ່ ອາເມລິກາ ແມ່ນສ່ວນບຸກຄົນບໍ່ໄດ້ຕ້ອນຮັບ.   

ສຳນັກຂ່າວສານ RIA (ລັດເຊຍ) ໄດ້ຢັ້ງຢືນເຫດການເນລະເທດນີ້, ແລະເອີ້ນວ່ານີ້ແມ່ນໄຮ້ເຫດຜົນ ພ້ອມທັງເວົ້າວ່າ ວໍຊິງຕັນ ຖືເລື່ອງ ມົດສະກູ ເນລະເທດນັກການທູດ ອາເມລິກາ 2 ທ່ານ “ທີ່ໄດ້ຈັດຕົວຍ້ອນເຂົ້າຮ່ວມການເຄື່ອນໄຫວສືບສອດແນມ” ໃນວັນທີ 14 ກັນຍາ ແມ່ນໃຊ້ເປັນຂໍ້ອ້າງອີງເທົ່ານັ້ນ. ການພົວພັນ ອາເມລິກາ - ລັດເຊຍ ຕົກເຂົ້າສູ່ສະພາບຊົ່ວຮ້າຍທີ່ສຸດໃນກ່ວາ 60 ປີ ຍ້ອນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ອາເມລິກາ ພວມສະໜອງ ອາວຸດທີ່ກ້າວໜ້າໃຫ້ແກ່ ກິແອບ ແລະ ຈັດວາງບັນດາມາດຕະການລົງໂທດຕ້ານ ລັດເຊຍ.      

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top