• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຮຽກຮ້ອງ ໃຫ້ ຈີນ ເຂົ້າຮ່ວມຂໍ້ລິເລີ່ມຕໍ່ກຳນົດເວລາຊຳລະໜີ້ສິນໃຫ້ແກ່ບັນດາປະເທດທຸກຍາກຂອງ G20

      ວັນທີ 06 ກໍລະກົດ, ອາເມລິກາ ຮຽກຮ້ອງໃຫ້ ຈີນ ແລະ ພາກສ່ວນເອກະຊົນເພີ່ມທະວີການເຂົ້າຮ່ວມຂໍ້ລິເລີ່ມເລື່ອນການຊຳລະໜີ້ສິນ (DSSI) ຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ໃຫ້ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.
(ພາບປະກອບ: tribune.com.pk) 
      ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະເປີດກວ້າງກົນໄກລວມກ່ຽວກັບການແກ້ໄຂບັນຫາໜີ້ສິນ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາປະເທດເກາະນ້ອຍ, ບັນດາປະເທດທີ່ມີຄວາມສ່ຽງສູງກວ່າໝູ່ ແລະ ບັນດາປະເທດທີ່ມີລາຍຮັບຕ່ຳ ແຕ່ພວມມີໜີ້ສິນສາທາລະນະຫຼາຍ ໄດ້ເຂົ້າຮ່ວມກົນໄກດັ່ງກ່າວ. ບັນດາເຈົ້າໜ້າທີ່ດ້ານການເງິນ G20 ຈະພິຈາລະນາຄວາມຄືບໜ້າກ່ຽວກັບບັນຫາໜີ້ສິນໃນກອງປະຊຸມ ເຊິ່ງຄາດວ່າຈະດຳເນີນໃນວັນທີ 9 – 10 ກໍລະກົດ ອີຕາລີ.
        ເຈົ້າໜ້າທີ່ກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ຈະຊຸກຍູ້ບັນດາປະເທດ G20 ສືບຕໍ່ສະໜອງບັນດາມາດຕະການກະຕຸກຊຸກຍູ້ປີການເງິນ ເພື່ອໜູນຊ່ວຍແກ່ການຟື້ນຟູທົ່ວໂລກ ແລະ ປະຕິບັດບັນດາບ້ວງເງິນລົງທຶນທີ່ມີລັກສະນະຫັນປ່ຽນ ເພື່ອແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມສະເໝີພາບກ່ຽວກັບລາຍຮັບ.
        ຕາມທະນາຄານໂລກ ແລ້ວ, ເຈົ້າໜີ້ຂອງກຸ່ມປະເທດດ້ອຍພັດທະນາທີ່ສຸດໃນໂລກ ສ່ວນຫຼາຍແມ່ນບັນດາປະເທດ G20, ໃນນັ້ນ ຈີນ ແມ່ນເຈົ້າໜີ້ໃຫຍ່ສຸດ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top