ວັນທີ 01 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ປະກາດບັນດາມາດຕະການອະນຸຍາດໃຫ້ ອາເມລິກາ ແນໃສ່ເປົ້າໝາຍສ່ວນບຸກຄົນ ຫຼື ອົງການຈັດຕັ້ງເກືອບທັງໝົດທີ່ບໍ່ແມ່ນພົນລະເມືອງ ອາເມລິກາ ມີການເຄື່ອນໄຫວດຳເນີນທຸລະກິດຢູ່ ກຸຍບາ. ເຖິງວ່າບັນຊີລາຍຊື່ລາຍລະອຽດຜູ້ຖືກລົງໂທດຍັງບໍ່ທັນໄດ້ຢັ້ງຢືນ, ແຕ່ລັດຖະດຳລັດຊີ້ແຈ້ງຈຸດສຸມຈະແມ່ນບັນດາຂົງເຂດຫຼັກແຫຼ່ງ, ລວມມີ: ການປ້ອງກັນຊາດ, ການຂຸດຄົ້ນແຮ່ທາດ, ການເງິນ ແລະ ຄວາມໝັ້ນຄົງ. ສິ່ງທີ່ໜ້າສົນໃຈ, ພາຍຫຼັງປະກາດຄຳສັງລົງໂທດເປັນເວລາ 2 – 3 ຊົ່ວໂມງ, ທ່ານປະທານາທິບໍດີ Donald Trump, ໄດ້ມີການກ່າວປາໄສຊີ້ບອກຄວາມສາມາດແຊກແຊງດ້ານການທະຫານ ເມື່ອທ່ານເຂົ້າຮ່ວມເຫດການຢູ່ລັດ Florida.






