ຂ່າວສານ

ອາເມລິກາ ປະກາດມາດຕະການລົງໂທດດ້ານເສດຖະກິດໃໝ່ແນໃສ່ ກຸຍບາ

ທ່ານ Miguel Díaz- Canel, ປະທານ ກຸຍບາ ໄດ້ຕຳໜິຕິຕຽນບັນດາຄຳນາບຂູ່ດ້ານການທະຫານຈາກຝ່າຍ ອາເມລິກາ ແມ່ນ “ອັນຕະລາຍ ແລະ ບໍ່ເຄີຍມີມາກ່ອນ”

ວັນ​ທີ 01 ພຶດ​ສະ​ພາ (ຕ​າມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໄດ້​ປະ​ກາດ​ບັນ​ດາ​ມາດ​ຕ​ະ​ການ​ອະ​ນຸ​ຍາດ​ໃຫ້​ ອາ​ເມ​ລິ​ກາ ແນ​ໃສ່​ເປົ້າ​ໝາຍສ່ວນ​ບຸກ​ຄົນ ຫຼື ອົງ​ການ​ຈັດ​ຕັ້ງ​ເກືອບ​ທັງ​ໝົດ​ທີ່​ບໍ່​ແມ່ນ​ພົນ​ລະ​ເມືອງ ອາ​ເມ​ລິ​ກາ ມີ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດຢ​ູ່ ກຸຍ​ບາ. ເຖິງວ່າ​ບັນ​ຊີ​ລາຍ​ຊື່​ລາຍ​ລະ​ອຽດ​ຜູ້​ຖືກ​ລົງ​ໂທດ​ຍັງ​ບໍ່​ທັນ​ໄດ້​ຢັ້ງ​ຢືນ, ແຕ່ລັດ​ຖະ​ດຳ​ລັດ​ຊີ້​ແຈ້ງ​ຈຸດ​ສຸມ​ຈະ​ແມ່ນ​ບັນ​ດາ​ຂົງ​ເຂດ​ຫຼັກ​ແຫຼ່ງ, ລວມ​ມີ: ການ​ປ້ອງ​ກັນ​ຊາດ, ການ​ຂຸດ​ຄົ້ນແຮ່​ທາດ, ການ​ເງິນ ແລະ ຄວາມ​ໝັ້ນ​ຄົງ. ສິ່ງ​ທີ່​ໜ້າ​ສົນ​ໃຈ, ພາຍ​ຫຼັງ​ປະ​ກາດ​ຄຳ​ສັງ​ລົງ​ໂທດ​ເປັນ​ເວ​ລາ 2 – 3 ຊົ່ວ​ໂມງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump, ໄດ້​ມີ​ການ​ກ່າວ​ປາ​ໄສ​ຊີ້​ບອກ​ຄວາມ​ສາ​ມາດ​ແຊກ​ແຊງ​ດ້ານ​ການ​ທະ​ຫານ ເມື່ອ​ທ່ານ​ເຂົ້າ​ຮ່ວມ​ເຫດ​ການ​ຢູ່​ລັດ Florida.

ໂດຍ​ມີ​ປະ​ກິ​ຕິ​ລິ​ຍາ​ຂອງ ອາ​ເມ​ລິ​ກາ, ວັນ​ທີ 02 ພຶດ​ສະ​ພາ, ທ່ານ Miguel Díaz- Canel, ປະ​ທານ ກຸຍ​ບາ ໄດ້​ຕ​ຳ​ໜິ​ຕິ​ຕຽນ​ບັນ​ດາ​ຄຳ​ນາບ​ຂູ່​ດ້ານ​ການ​ທະ​ຫານ​ຈາກ​ຝ່າຍ ອາ​ເມ​ລິ​ກາ ແມ່ນ “ອັນ​ຕະ​ລາຍ ແລະ ບໍ່​ເຄີຍ​ມີ​ມາ​ກ່ອນ”; ທ່ານ​ເນັ້ນ​ໜັກ​ວ່າ ປະ​ຊາ​ຄົມ​ສາ​ກົນ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ແລະ ພ້ອມ​ກັບ​ປະ​ຊາ​ຊົນ ອາ​ເມ​ລິ​ກາ ສະ​ກັດ​ກັ້ນ​ການ​ກະ​ທຳໄຮ້​ເຫດ​ຜົນ​ນີ້. ກຸຍ​ບາ ຕັດ​ສິນ​ໃຈ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ລາດ ແລະ ອະ​ທິ​ປະ​ໄຕ​ປະ​ເທດ​ຊາດ.

top