ເຫດການໄດ້ດຶງດູດຜູ້ແທນປະມານ 3.000 ທ່ານ ທີ່ມາຈາກ 44 ປະເທດ, ລວມມີບັນດາການນຳປະເທດສະມາຊິກ EAEU ເຂົ້າຮ່ວມ.
ການນຳບັນດາປະເທດສະມາຊິກ EAEU ແລະ ບັນດາປະເທດຖືກເຊີນ ຖ່າຍຮູບເປັນທີ່ລະນຶກ ໃນເວທີປາໄສ (ພາບ: TTXVN)
ວັນທີ 29 ພຶດສະພາ, ຢູ່ນະຄອນຫຼວງ Astana, ກາຊັກສະຖານ, ເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (EEF) ຄັ້ງທີ 5 ຖືກໄຂຂຶ້ນ. ດ້ວຍຫົວຂໍ້ “ສະຫະພັນເສດຖະກິດ ອາຊີ - ປາຊີຟິກ (EAEU) ໃນການຊ່ວງເສັງເຕັກນິກດີຈີຕອນທົ່ວໂລກ: ສຸມໃສ່ປັນຍາປະດິດ (AI)”, ເວທີປາໄສປີນີ້ ໄດ້ໃຫ້ບຸລິມະສິດແກ່ນສານເຂົ້າໃນການກຳນົດສ້າງອະນາຄົດເຕັກໂນໂລຢີ ແລະ ສ້າງບັນດາຄຳໝັ້ນສັນຍາລວມກ່ຽວກັບພື້ນຖານເສດຖະກິດດີຈີຕອນ ໂດຍອີງໃສ່ພື້ນຖານ AI. ເຫດການດັ່ງກ່າວໄດ້ດຶງດູດຜູ້ແທນປະມານ 3.000 ທ່ານ ທີ່ມາຈາກ 44 ປະເທດ, ລວມມີບັນດາການນຳປະເທດສະມາຊິກ EAEU ເຂົ້າຮ່ວມ.
ເມື່ອກ່າວຄຳເຫັນໄຂວາລະປະຊຸມຄົບຄະນະ, ທ່ານ Kassym Homart Tokayev ປະທານາທິບໍດີ ກາຊັກສະຖານ ໄດ້ເນັ້ນໜັກເຖິງບົດບາດຂອງ AI ໃນການກຳນົດສ້າງພື້ນຖານເສດຖະກິດທົ່ວໂລກ. AI ອາດຈະຊຸກຍູ້ GDP ທົ່ວໂລກເພີ່ມຂຶ້ນເຖິງ 7.000 ຕື້ USD ໃນບັນດາທົດສະວັດຈະມາເຖິງ, ສິ່ງດັ່ງກ່າວແນ່ນອນວ່າ ຈະພາໄປເຖິງເລື່ອງມີບັນດາການປະກອບສ່ວນຂອງເຕັກໂນໂລຢີໃໝ່, ຈາກນັ້ນກໍ່ເຮັດໃຫ້ມີການປ່ຽນແປງໂຄງປະກອບວຽກເຮັດງານທຳໃນທຸກຂົງເຂດຂອງພື້ນຖານເສດຖະກິດໂດຍພື້ນຖານ. ເພື່ອແນໃສ່ຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ກາຊັກສະຖານ ໄດ້ຖະແຫຼງ ປີ 2026 ແມ່ນ “ປີ AI ແລະ ການພັດທະນາເຕັກນິກ ດີຈີຕອນ” ແຫ່ງຊາດ.
(ແຫຼ່ງຄັດຈາກ VOV)